logo

ນາ​ຍົກ​ລັດ​ຖະ​ມົນ​ຕີ ເປັນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ການ​ວາງ​ແຜນ​ຜັງ​ສັງ​ລວມ​ນະ​ຄອນ​ຫຼວງ ​ຮ່າ​ໂນ້ຍ ວີ​ໄສ​ທັດ​ 100 ປີ

2026/3/15 | 07:01:01
(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນບ່າຍວັນທີ 14 ມີນາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ເປັນປະທານການເຮັດວຽກລະຫວ່າງຄະນະປະຈຳລັດຖະບານ ກັບການນຳນະຄອນ ຮ່າໂນ້ຍ, ປະກອບຄຳເຫັນໃສ່ການວາງແຜນຜັງສັງລວມນະຄອນຫຼວງ ຮ່າໂນ້ຍ ວິໄສທັດ 100ປີ.

ຕາມບົດລາຍງານຂອງນະຄອນ ຮ່າໂນ້ຍ ແລ້ວ, ການວາງແຜນກັງກຳນົດ 9 ຂົ້ວພັດທະນາ, 9 ສູນກາງໃຫຍ່, ເຊື່ອມຕໍ່ 9 ເສັ້ນທາງກຳລັງໜູນກັບບັນດາແລວທາງ, ຊຸກຍູ້ການເຊື່ອມຕໍ່ເຂດ ແລະ ແຫ່ງຊາດ, ເຊື່ອມຕໍ່ເຂດຊາຍແດນ, ທ່າກຳປັ່ນທະເລ ແລະ ສາກົນ, ບັນດາສະຖານທີ່ມໍລະດົກວັດທະນະທຳ, ປະຫວັດສາດ, ທິວທັດທຳມະຊາດຢູ່ລຽບຕາມແມ່ນ້ຳດ່າ, ແມ່ນ້ຳແດງ, ແມ່ນ້ຳດ້ວງ, ແລວທາງສີຂຽວມໍລະດົກທຳມະຊາດ, ວັດທະນະທຳ, ປະຫວັດສາດ, ຈິດວິນຍານ, ການທ່ອງທ່ຽວທາງທິດຕາເວັນຕົກປະສານສົມທົບກັບທິວທັດທຳມະຊາດ ແລະ ເຂດຮອງຮອຍປະຫວັດສາດ.

ສະຫຼຸບການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ປັດຊະຍາຂອງການວາງແຜນກຳນົດແມ່ນຖືມະນຸດເປັນໃຈກາງ, ເຈົ້າຂອງ; ຕົວເມືອງແຫ່ງຄວາມຮັ່ງມີ, ສີວິໄລ, ຄວາມຈະເລີນຮຸ່ງເຮືອງ, ສີສັນ, ທັນສະໄໝ ແລະ ວິໄສທັດ 100 ປີ, ພັດທະນາຫຼາຍຂົ້ວ, ຫຼາຍຊັ້ນ, ຫຼາຍສູນກາງ, ຫຼາຍທິດ, ຫຼາຍແງ່ມູມ, ພັດທະນາດີຈີຕອນ, ສີຂຽວ, ສະອາດ, ສວຍງາມ, ອະລິຍະທຳ.

TAG
VOV/VOVworld/ຫວຽດ​ນາມ/ການ​ວາງ​ແຜນ​ຜັງ​ກຳ​ນົດ/ຮ່າ​ໂນ້ຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ