logo

ນຳທະເລ, ໝູ່ເກາະ ຫວຽດນາມ ມາສູ່ປະຊາຄົມຊາວ ຫວຽດນາມ ຢູ່ລັດເຊຍ

2018/11/23 | 09:19:00

(VOVWORLD) -ກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ, ສູນການຄ້າອາເນກປະສົງ “ຮ່າໂນ້ຍ - ມົດສະກູ” ຈັດງານວາງສະແດງຮູບພາບ ແລະ ເອົາເອກະສານ, ວັດຖຸພັນ “ປະເທດຊາດ, ຊາວ ຫວຽດນາມ - ສັງເກດຈາກທະເລ, ໝູ່ເກາະ” ແຕ່ວັນທີ 22-25 ພະຈິກ. 

ຕາງໜ້າກະຊວງຖະແຫຼງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສົມທົບກັບສະຖານທູດ ຫວຽດນາມ ປະຈຳສະຫະພັນລັດເຊຍ, ສູນການຄ້າອາເນກປະສົງ “ຮ່າໂນ້ຍ - ມົດສະກູ” ຕັດແຖບຜ້າໄຂງານບຸນ (ພາບ: TTXVN) 

ງານວາງສະແດງຮູບພາບມີ 5 ຫົວຂໍ້: ທະເລ - ສະພາບແວດລ້ອມແຫ່ງການຄົງຕົວຂອງປະຊາຄົມຊາວຫວຽດນາມດໍາລົງຊີວິດພ້ອມກັບທະເລ, ໝູ່ເກາະ; ຫວຽດນາມ ຜ່ານມູນມອງຂອງສື່ມວນຊົນ; ນໍາໃຈໄມຕີຈິດມິດຕະພາບ ຫວຽດນາມ - ລັດເຊຍ; ສິ່ງຍອດຢ້ຽມຂອງຫວຽດນາມ… ນອກຈາກ 5 ຫົວຂໍ້ຫຼັກ ທີ່ໄດ້ນຳມາສະແດງໃນງານ, ຜູ້ຊົມຍັງໄດ້ຮັບການແນະນຳກ່ຽວກັບບັນດາຮູບສະແຕມປະຊາຄົມບັນດາເຜົ່າຫວຽດນາມ; ແຜນທີ່ທ່ອງທ່ຽວຫວຽດນາມ… ຄຽງຄູ່ກັນນັ້ນ, ພາຍໃນງານຍັງໄດ້ວາງສະແດງພາບແຕ້ມຈຳນວນ 20 ແຜ່ນ ດ້ວຍຫົວຂໍ້ “ປະຫວັດສາດຫວຽດນາມໂດຍສັງເຂບ”.

TAG
VOV/VOVworld/ມູນມອງ/ທະເລໝູ່ເກາະ/ລັດເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ