logo

ບັນ​ຍາ​ກາດ​ງານ​ບຸນ Ramadan ທີ່​ມິດ​ງຽບ​ຢູ່​ບັນ​ດາ​ປະ​ຊາ​ຄົມ ອາ​ຣັບ ຢູ່ ອິດ​ສະ​ຣາ​ແອັນ

2026/3/11 | 08:51:36
(VOVWORLD) -      ບັນດາຂໍ້ຈຳກັດໃນການໄປມາ, ຄວາມສ່ຽງລູກສອນໄຟບຸກໂຈມຕີ ແລະ ສະພາບຂາດແຄນອຸມົງລີ້ໄພຢູ່ຫຼາຍເຂດພາກ ໄດ້ເຮັດໃຫ້ບັນຍາກາດຂອງງານບຸນມີຄວາມມິດງຽບກວ່າປົກກະຕິ, ຢູ່ໂບດ ອິດສະລາມ ຫຼາຍແຫ່ງບໍ່ຄ່ອຍມີຄົນມາທຳພິທີກຳ ແລະ ຈຳນວນລູກຄ້າຢູ່ບັນດາເຂດຕະຫຼາດ, ຮ້ານອາຫານກໍຖືກຫຼຸດລົງຢ່າງແຮງ.

ການປະທະກັນລະຫວ່າງ ອິດສະຣາແອັນ ແລະ ອີຣານ ພວມສົ່ງຜົນກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງຊີວິດສັງຄົມຢູ່ ອິດສະຣາແອັນ, ໃນນັ້ນ ບັນດາປະຊາຄົມຊາວ ອາຣັບ ຖືກຜົນກະທົບຢ່າງຈະແຈ້ງທີ່ສຸດ ເມື່ອຫຼາຍກິດຈະກຳໃນເດືອນ Ramadan (ວັນທີ 18 ກຸມພາ - 21 ມີນາ), ເຊິ່ງເປັນຈຸດເວລາສຳຄັນທີ່ສຸດໃນປີຂອງຊາວ ມຸດສະລິມ, ຖືກຂາດວັກຂາດຕອນ.

        ບັນດາຂໍ້ຈຳກັດໃນການໄປມາ, ຄວາມສ່ຽງລູກສອນໄຟບຸກໂຈມຕີ ແລະ ສະພາບຂາດແຄນອຸມົງລີ້ໄພຢູ່ຫຼາຍເຂດພາກ ໄດ້ເຮັດໃຫ້ບັນຍາກາດຂອງງານບຸນມີຄວາມມິດງຽບກວ່າປົກກະຕິ, ຢູ່ໂບດ ອິດສະລາມ ຫຼາຍແຫ່ງບໍ່ຄ່ອຍມີຄົນມາທຳພິທີກຳ ແລະ ຈຳນວນລູກຄ້າຢູ່ບັນດາເຂດຕະຫຼາດ, ຮ້ານອາຫານກໍຖືກຫຼຸດລົງຢ່າງແຮງ.

        ໜຶ່ງໃນບັນດາປັດໄຈເຮັດໃຫ້ບັນຍາກາດ Ramadan  ປີນີ້ ມີຄວາມມິດງຽບກວ່າ ນັ້ນແມ່ນບັນດາມາດຕະການປ້ອງກັນຄວາມສະຫງົບຖືກຮັດແໜ້ນຢູ່ຫຼາຍສະຖານທີ່ທາງສາສະໜາສຳຄັນ. ສິ່ງທີ່ໜ້າສົນໃຈແມ່ນ, ເຈົ້າໜ້າທີ່ ອິດສະຣາແອັນ ໄດ້ຫ້າມເຕົ້າໂຮມກັນດຳເນີນພິທີສູດມົນພາວະນາໃນວັນສຸກຢູ່ໂບດ Al-Aqsa  Jerusalem ໄວ້ຊົ່ວຄາວ, ເຊິ່ງເປັນໜຶ່ງໃນບັນດາສະຖານທີ່ສັກກະລະບູຊາທີ່ສຸດຂອງຊາວມຸດສະລິມ.

TAG
VOV/VOVworld/ບັນ​ຍາ​ກາດ​ງານ​ບຸນ Ramadan/ອິດ​ສະ​ຣາ​ແອັນ/ຊາວ​ມຸດ​ສະ​ລິມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ