logo

ບັນ​ດາ​ລາງວັນ​ອັນ​ສູງ​ສົ່ງ​ເຮັດ​ໃຫ້​ການ​ພົວ​ພັນ​ ຫວຽດ​ນາມ - ລາວ - ກຸຍ​ບາ ​ເຂັ້ມ​ຂຸ້ນ​ຕື່ມ​ອີກ

2025/8/17 | 11:40:27
(VOVWORLD) - ທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ແລະ ທ່ານ Lázaro Alberto Álvarez Casas ລັດຖະມົນຕີກະຊວງພາຍໃນ ກຸຍບາ ໄດ້ສະແດງຄວາມຊົມເຊີຍຕໍ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຮັບຫຼຽນກາອັນສູງສົ່ງຂອງປະເທດ ລາວ ແລະ ກຸຍບາ.
ພິທີມອບຫຼຽນໄຊອັນສູງສົ່ງຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ປະເທດ ສາທາລະນະລັດ ກຸຍບາ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່າວັນຊາດ ຫວຽດນາມ, 80 ແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນ ຫວຽດນາມ ແລະ 20 ປີແຫ່ງວັນທົ່ວປວງຊົນປົກປັກຮັກສາຄວາມໝັ້ນຄົງແຫ່ງຊາດ (19/8/2005 - 19/8/2025), ຕອນບ່າຍວັນທີ 16 ສິງຫາ, ຢູ່ ຮ່າໂນ້ຍ, ໄດ້ດຳເນີນພິທີມອບຫຼຽນໄຊອັນສູງສົ່ງຂອງປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ປະເທດ ສາທາລະນະລັດ ກຸຍບາ ໃຫ້ແກ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ.

ກ່າວຄຳເຫັນທີ່ພິທີ, ທ່ານ ວິໄລ ຫຼ້າຄຳຟອງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ລາວ ແລະ ທ່ານ Lázaro Alberto Álvarez Casas ລັດຖະມົນຕີກະຊວງພາຍໃນ ກຸຍບາ ໄດ້ສະແດງຄວາມຊົມເຊີຍຕໍ່ໝູ່ຄະນະ, ສ່ວນບຸກຄົນຂອງກະຊວງຕຳຫຼວດ ຫວຽດນາມ ທີ່ໄດ້ຮັບຫຼຽນກາອັນສູງສົ່ງຂອງປະເທດ ລາວ ແລະ ກຸຍບາ. ລັດຖະມົນຕີສອງທ່ານໄດ້ຢັ້ງຢືນວ່າ ບັນດາລາງວັນດັ່ງກ່າວສະແດງໃຫ້ເຫັນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຕຳຫຼວດ ປະຊາຊົນ ຫວຽດນາມ ໃນການພົວພັນມິດຕະພາບ, ການຮ່ວມມືກັບກຳລັງຕຳຫຼວດ ລາວ ແລະ ກຳລັງພາຍໃນກຸຍບາ. ພ້ອມທັງສະແດງຄວາມປາດຖະໜາຢາກໃນໄລຍະຈະມາເຖິງ, ກຳລັງຕຳຫຼວດ ຫວຽດນາມ ຈະສືບຕໍ່ຮ່ຽງບ່າຮ່ຽງໄຫຼ່, ຮ່ວມເດີນທາງກັບກຳລັງຕຳຫຼວດ ລາວ ແລະ ກຳລັງພາຍໃນກຸຍບາ ໃນພາລະກິດແຫ່ງການສ້າງສັນ ແລະ ປົກປັກຮັກສາປະເທດຊາດ, ປະກກອບສ່ວນເຮັດໃຫ້ການພົວພັນ ຫວຽດນາມ - ລາວ - ກຸຍບາເຂັ້ມຂຸ້ນຕື່ມອີກ.

TAG
VOV/VOVworld/ຫວຽດ​ນາມ/ກຸຍ​ບາ/ການ​ພົວ​ພັນ/ລາວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ