logo

ບັ້ນເຄື່ອນ​ໄຫວ “ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ” ປີ 2026 ດ້ວຍສານ “ປະ​ດິດ​ຄິດ​ສ້າງ​ສີ​ຂຽວ - ອະ​ນາ​ຄົດສີ​ຂຽວ”

2026/3/18 | 07:36:00
(VOVWORLD) - ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026.
ພາບປະກອບ:  VOV5

ຕາມແຜນການແລ້ວ, ຕອນເຊົ້າວັນທີ 21 ມີນາ 2026, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມຈະປຸກລະດົມຂະບວນການ “ທົ່ວປວງຊົນປະຢັດພະລັງງານຕອບສະໜອງບັ້ນ ຊົ່ວໂມງເພື່ອໜ່ວຍໂລກປີ 2026” ດ້ວຍສານ “ປະດິດຄິດສ້າງສີຂຽວ - ອະນາຄົດສີຂຽວ”. ເຫດການລວມມີພິທີປຸກລະດົມ ແລະ ງານແຂ່ງຂັນແລ່ນຢູ່ຖະໜົນຄົນຍ່າງ ຈິງກົງເຊີນ, ຕາແສງ ໄຕໂຮ່, ນະຄອນຮ່າໂນ້ຍ, ພ້ອມກັບການແຂ່ງຂັນແລ່ນແບບທາງໄກໃນ ແຟຼດຟອມ 84Race ແຕ່ວັນທີ 21 ມີນາ ຫາວັນທີ 11 ເມສາ 2026. ທ່ານຮອງລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫງວຽນຮວ່າງລອງແບ່ງປັນວ່າ:

ປີ 2026 ສ້າງຂີດໝາຍປີທີ 15 ທີ່ກະຊວງອຸດສາຫະກຳການຄ້າຈັດຂຶ້ນການຕອບສະໜອງບັ້ນເຄື່ອນໄຫວ ຊົ່ວໂມງເພື່ອໜ່ວຍໂລກ. ຜ່ານໄລຍະທາງນີ້, ບັ້ນເຄື່ອນໄຫວໄດ້ມີຄວາມໝາຍຫຼາຍກວ່າວັນສັນຍາລັກຂອງ 60 ນາທີປິດໄຟ, ກາຍເປັນພື້ນຖານຍົກສູງຄວາມຮັບຮູ້ຂອງສັງຄົມກ່ຽວກັບການນຳໃຊ້ພະລັງງານຢ່າງມີປະສິດທິຜົນແລະ ປະຢັດ. ດ້ວຍສານ “ປະດິດຄິດສ້າງສີຂຽວ - ອະນາຄົດສີຂຽວ”, ພວກຂ້າພະເຈົ້າປາດຖະໜາຢາກແຜ່ກະຈາຍ ຈິດໃຈນະວັດຕະກຳໃນທົ່ວສັງຄົມ, ຈາກອົງການຄຸ້ມຄອງ, ວິສາຫະກິດໄປຮອດປະຊາຊົນແຕ່ລະຄົນ ຢ່າງແຮງກວ່າອີກ, ເພື່ອແນໃສ່ສ້າງພື້ນຖານເສດຖະກິດທີ່ທັນສະໄໝ, ຍົກສູງສະມັດຕະພາບ ແລະ ການພັດທະນາແບບຍືນຍົງ.

TAG
VOV/VOVworld/ບັ້ນເຄື່ອນ​ໄຫວ/ຊົ່ວ​ໂມງ​ເພື່ອໜ່ວ​ຍໂລກ/ປີ 2026/ປະ​ດິດ​ຄິດ​ສ້າງ​ສີ​ຂຽວ/ອະ​ນາ​ຄົດສີ​ຂຽວ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ