logo

ປະ​ຊາ​ຄົມ​ສາ​ກົນ​ກະ​ຕຸກ​ຊຸກ​ຍູ້ ອາບ​ກາ​ນິດ​ສະ​ຖານ ແລະ ປາ​ກິດ​ສະ​ຖານ ລະ​ງັບ​ໃຈ​ພາຍຫຼາຍການ​ບຸກ​ໂຈມ​ຕີ​ສູນ​ບຳ​ບັດ​​ຜູ້​ຕິດ​ເຢາ​ເສບ​ຕິດ​ຢູ່ Kabul

2026/3/18 | 10:09:29
(VOVWORLD) -       ວັນທີ 17 ມີນາ, ສປຊ ຮຽກຮ້ອງໃຫ້ດຳເນີນການສືບສວນຢ່າງວ່ອງໄວ ແລະ ເປັນເອກະລາດກ່ຽວກັບເຫດບຸກໂຈມຕີເຂົ້າສູນບຳບັດຜູ້ຕິດຢາເສບຕິດຢູ່ນະຄອນຫຼວງ Kabul (ອາບການິດສະຖານ) ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 400 ຄົນ ແລະ ມີຜູ້ຖືກບາດເຈັບປະມານ 250 ຄົນ.

        ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ເຊີແນວ (ສະວິດ), ທ່ານ Thameen Al-Kheetan  ໂຄສົກຂອງຂ້າຫຼວງໃຫຍ່ ສິດທິມະນຸດ ສປຊ ໄດ້ເນັ້ນໜັກເຖິງເລື່ອງຕ້ອງມີການສືບສວນຢ່າງທັນການ, ເປັນເອກະລາດ ແລະ ຈະແຈ້ງ. ຕາມທ່ານແລ້ວ, ໝາກຜົນຂອງການສືບສວນຕ້ອງໄດ້ຮັບການເປີດເຜີຍ ແລະ ບັນດາຜູ້ຖືກປະສົບເຄາະຮ້າຍກໍຄືຄອບຄົວຜູ້ປະສົບເຄາະຮ້າຍ ມີສິດໄດ້ຮັບການຊົດໃຊ້.

        ກໍໃນວັນດຽວກັນ, ສະຫະພາບເອີຣົບ (EU) ຮຽກຮ້ອງໃຫ້ ອາບການິດສະຖານ ແລະ ປາກິດສະຖານ ລະງັບໃຈພາຍຫຼັງເຫດບຸກໂຈມຕີທາງອາກາດຢູ່ Kabul. EU ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງຈົ່ງລະງັບໃຈຢ່າງສຸດຂີດ ແລະ ປະຕິບັດທຸກມາດຕະການທີ່ມີຄວາມເປັນໄປໄດ້ ແນໃສ່ຫຼຸດຜ່ອນຄວາມສ່ຽງເສຍຫາຍໃຫ້ແກ່ສາມັນຊົນ.

        ເມື່ອກ່າວຄຳເຫັນໃນການຖະແຫຼງຂ່າວຢູ່ ບຣຸກແຊນ, ທ່ານ Anouar El Anouni  ໂຄສົກຂອງຄະນະກຳມະການເອີຣົບ ຖືວ່າ “ເຫດບຸກໂຈມຕີທີ່ເລັ່ງໃສ່ຮາກຖານສາທາລະນະສຸກນັ້ນ ແມ່ນບາດກ້າວເພີ່ມຄວາມເຄັ່ງຕຶງໃໝ່ ແລະ ອັນຕະລາຍຕ້ອງໄດ້ຮັບການຢຸດຕິຍິ່ງໄວກໍຍິ່ງດີ.”

TAG
VOV/VOVworld/ເຫດ​ບຸກ​ໂຈມ​ຕີ/ອາບ​ກາ​ນິດ​ສະ​ຖານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ