logo

ປະຊາຊົນ ຫວຽດນາມ ເປັນຈຳນວນຫລວງຫລາຍຄັດຄ້ານເລື່ອງ ຈີນ ລະເມີດອະທິປະໄຕຢູ່ທະເລຕາເວັນອອກ

2020/4/21 | 10:40:23
(VOVWORLD) -  ຕໍ່ໜ້າເລື່ອງ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າແມ່ນເຂດຊີຊາ ແລະ ເຂດໜານຊາ ໃນ 2 ໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ຂອງ ຫວຽດນາມ. ປະຊາຊົນ ຫວຽດນາມ ໄດ້ສະແດງຄວາມບໍ່ເພິ່ງພໍໃຈ ແລະ ຄັດຄ້ານການກະທຳຜິດກົດໝາຍຂອງ ຈີນ ຢ່າງແຮງ. 
 (ພາບປະກອບ / chinhphu.vn)

ລຸງ ຫງວຽນສີຈິງ, ເມືອງ ບີ່ງແຈກ, ນະຄອນ ໂຮ່ຈີມິນ ຖືວ່າ: ເລື່ອງ ຈີນ ສ້າງຕັ້ງອັນທີ່ເອີ້ນວ່າແມ່ນ “ນະຄອນຕາມຊາ” ແລະ ບັນດາການກະທຳທີ່ກ່ຽວຂ້ອງ ໄດ້ລະເມີດຢ່າງແຮງອະທິປະໄຕຂອງ ຫວຽດນາມ. ໝູ່ເກາະ ເຈື່ອງຊາ, ຮ່ວາງຊາ ແມ່ນຂອງ ຫວຽດນາມ ໂດຍໄດ້ພິສູດໃຫ້ເຫັນດ້ວຍພື້ນຖານນິຕິກຳ ແລະ ຄົງຕົວຍາວນານໃນປະຫວັດສາດ, ທີ່ຕັ້ງພູມສາດຂອງ ຫວຽດນາມ.

        “ຂ້າພະເຈົ້າຄັດຄ້ານການກະທຳຜ່ານມາຂອງ ຈີນ. ການກະທຳຂອງ ຈີນ ແມ່ນຜິດພາດ, ຜິດກັບກົດໝາຍສາກົນ, ກົດໝາຍວ່າດ້ວຍທະເລ 1982. ການກະທຳນີ້ ແມ່ນການກະທຳແຜ່ອຳນາດ, ຖືຕົນເອງເປັນປະເທດໃຫຍ່ນາບຂູ່ປະເທດນ້ອຍ. ໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ແມ່ນຂອງ ຫວຽດນາມ ແຕ່ເຂົາເຈົ້າໄດ້ຕັ້ງໃຈຢຶດຄອງ. ຂ້າພະເຈົ້າຮຽກຮ້ອງສະຫະປະຊາຊາດ ແລະ ປະຊາຄົມສາກົນ ຄັດຄ້ານ, ສະກັດກັ້ນການກະທຳລະເມີດກົດໝາຍດັ່ງກ່າວຂອງ ຈີນ. ຂ້າພະເຈົ້າສະເໜີ ຈີນ ຖອນອອກຈາກໝູ່ເກາະ ຮ່ວາງຊາ, ເຈື່ອງຊາ ຂອງ ຫວຽດນາມ, ຍ້ອນວ່າ ເຂົາເຈົ້າໄດ້ລະເມີດຫລາຍຄັ້ງແລ້ວ.

TAG
VOV/VOVworld/ປະຊາຊົນ/ຄັດຄ້ານ/ຈີນ/ລະເມີດ/ອະທິປະໄຕ/ທະເລຕາເວັນອອກ


ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ