logo

ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິ້ນ: ວຽກ​ງານ​ກະ​ກຽມ​ໃຫ້​ແກ່​ການ​ເລືອກ​ຕັ້ງ​ໄດ້​ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ ແລະ ແໜ້ນ​ແຟ້ນ

2026/3/12 | 08:02:12
(VOVWORLD) - ຕອນເຊົ້າວັນທີ 12 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານ ເຈິ່ນແທງເໝິ້ນ ປະທານສະພາແຫ່ງຊາດ ຫວຽດນາມ, ປະທານສະພາເລືອກຕັ້ງແຫ່ງຊາດ  ໄດ້ເປັນປະທານກອງປະຊຸມກັບບັນດາອະນຸກຳມະການຂອງສະພາເລືອກຕັ້ງແຫ່ງຊາດ
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຢູ່ກອງປະຊຸມ, ຜູ້ຕາງໜ້າສະພາເລືອກຕັ້ງແຫ່ງຊາດ, ບັນດາອະນຸກຳມະການໄດ້ລາຍງານຄວາມຄືບໜ້າ, ກໍ່ຄືຄວາມສະດວກ, ຂໍ້ຫຍຸ້ງຍາກໃນວຽກງານກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ເນັ້ນໜັກວ່າ ມາຮອດປັດຈຸບັນ ວຽກງານກະກຽມການເລືອກຕັ້ງໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ແໜ້ນແຟ້ນ, ຖືກຕ້ອງຕາມຄວາມຄືບໜ້າ ແລະ ຖືກຕ້ອງຕາມຂໍ້ກຳນົດຂອງກົດໝາຍ. ທ່ານສະເໜີວ່າ:

ຂ້າພະເຈົ້າສະເໜີບໍ່ໃຫ້ປະໝາດ, ເມີນເສີຍວຽກງານຢ່າງເດັດຂາດ, ຕ້ອງສຸມໃສ່ລະດັບສູງ, ຮັບປະກັນການເລືອກຕັ້ງໄດ້ດຳເນີນຢ່າງມີປະຊາທິປະໄຕ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ ແລະ ກາຍເປັນວັນບຸນ ຂອງທົ່ວປວງຊົນ ຢ່າງແທ້ຈິງ. ຂ້າພະເຈົ້າຮຽກຮ້ອງສຳຫຼວດກວດຄືນທຸກວຽກງານກະກຽມໃຫ້ແກ່ວັນເລືອກຕັ້ງ. ບັນດາອະນຸກຳມະການຕ້ອງສືບຕໍ່ປະສານສົມທົບກັບບັນດາທ້ອງຖິ່ນຢ່າງແໜ້ນແຟ້ນເພື່ອກວດກາ, ສຳຫຼວດກວດຄືນທຸກຂັ້ນຕອນ ຂອງວຽກງານເລືອກຕັ້ງ: ນັບແຕ່ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງ, ຜູ້ສະໝັກຮັບເລືອກຕັ້ງ, ເອກະສານເລືອກຕັ້ງ, ພື້ນຖານວັດຖຸ ຢູ່ບັນດາເຂດປ່ອນບັດເລືອກຕັ້ງຕະຫຼອດຮອດວຽກງານຈັດຕັ້ງຢູ່ແຕ່ລະໜ່ວຍເລືອກຕັ້ງ.


TAG
VOV/VOVworld/ການ​ເລືອກ​ຕັ້ງ/ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ/ຜູ້​ມີສິດ​ເລືອກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ