logo

ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ​ ເຈິ່ນ​ແທັງ​ເໝິນ ສົ່ງ​ສານ​ໄປ​ຍັງ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ

2026/3/15 | 02:24:13
(VOVWORLD) - ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ປ່ອນບັດເລືອກຕັ້ງ ຢູ່ເຂດເລືອກຕັ້ງເລກທີ 14, ຕາແສງ ຮອກມົນ, ນະຄອນໂຮ່ຈີມິນ (ພາບ: VOV)

ຕອນເຊົ້າວັນທີ 15 ມີນາ, ໂດຍເຊື່ອມຕົວເຂົ້າກັບບັນຍາກາດຂອງທົ່ວປະເທດ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ໄປປ່ອນບັດເລືອກຕັ້ງຢູ່ເຂດເລືອກຕັ້ງເລກທີ 14, ຕາແສງ ຮອກມົນ, ນະຄອນໂຮ່ຈີມິນ. ພາຍຫຼັງປ່ອນບັດເລືອກຕັ້ງ, ປະຕິບັດສິດທິພົນລະເມືອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ໄດ້ສົ່ງສານໄປຍັງຜູ້ມີສິດເລືອກຕັ້ງທົ່ວປະເທດວ່າ:

ໄປເລືອກຕັ້ງແມ່ນສິດ ແລະ ຄວາມຮັບຜິດຊອບອັນຊັກກະລະບູຊາຂອງພົນລະເມືອງໃນທົ່ວປະເທດ. ການເລືອກຕັ້ງສະພາແຫ່ງຊາດຊຸດທີ XVI ຄັ້ງນີ້ ຍິ່ງມີຄວາມໝາຍ, ສ້າງຂີດໝາຍ 80 ປີແຫ່ງວັນທົ່ວປວງຊົນເລືອກຕັ້ງ ຂອງສະພາແຫ່ງຊາດ ຫວຽດນາມ ຄັ້ງທຳອິດ (1946 - 2026), ເລືອກຕັ້ງສະພາແຫ່ງຊາດຊຸດທຳອິດ. ຂ້າພະເຈົ້າກໍ່ມີຄວາມເຊື່ອໝັ້ນວ່າຜູ້ມີສິດເລືອກຕັ້ງທົ່ວປະເທດ ຈະໄປເລືອກຕັ້ງຢ່າງຄົບຖ້ວນ, ຖືກຕ້ອງ, ເລືອກເອົາຜູ້ມີຄວາມເກັ່ງກ້າສາມາດ, ມີຄຸນສົມບັດ, ສົມເປັນສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນທຸກຂັ້ນ ເພື່ອນຳປະເທດພວກເຮົາກ້າວເຂົ້າສູ່ສັງກາດໃໝ່, ສັງກາດບຸກບືນຂອງຊາດ, ເພື່ອປະຕິບັດມະຕິຂອງກອງປະຊຸມໃຫຍ່ທົ່ວປະເດດຄັ້ງທີ XIV ຂອງພັກ ຢ່າງມີໄຊ

ໃນການເລືອກຕັ້ງສະມາຊິກສະພາແຫງຊາດຊຸດທີ XVI, ນະຄອນ ໂຮ່ຈີມິນໄດ້ເລືອກຕັ້ງສະມາຊິກສະພາແຫ່ງຊາດ 38 ທ່ານ (ໃນຈຳນວນ ຜູ້ສະໝັກຮັບເລືອກຕັ້ງ 64 ທ່ານ), ສູງທີ່ສຸດໃນທົ່ວປະເທດ.

TAG
VOV/VOVworld/ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ/ປະ​ທານ​ສະ​ພາ​ແຫ່ງ​ຊາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ