logo

ປະທານ ອາຊຽນ ໃຫ້ບຸລິມະສິດແກ່ການຊຸກຍູ້ເສົາຄ້ຳວັດທະນະທຳ - ສັງຄົມ

2023/5/3 | 07:43:39
(VOVWORLD) - ບັນດາບັນຫາທີ່ໄດ້ຮັບບຸລິມະສິດນີ້ບໍ່ພຽງແຕ່ເໝາະສົມກັບເສົາຄ້ຳ “ຈຸດສຸມການເຕີບໂຕ” ໃນອາຍຸການເປັນປະທານ ອາຊຽນ ຂອງອິນໂດເນເຊຍ ໃນປີ 2023
(ພາບປະກອບຈາກ baoquocte.vn)

 ເພີ່ມທະວີການຮ່ວມມືປົກປ້ອງແຮງງານມາຈາກຕ່າງປະເທດ, ໂຄງປະກອບການແພດພາກພື້ນ ແລະ ພັດທະນາເຂດຊົນນະບົດ ຈະແມ່ນບັນດາບຸລິມະສິດຂອງ ອິນໂດເນເຊຍ ໃນກອງປະຊຸມສຸດຍອດ ສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຄັ້ງທີ 42 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 9 – 11 ພຶດສະພາ ຢູ່ເຂດຕາດອາກາດ Labuan Bajo, ປະເທດ Indonesia.

        ໃນແຈ້ງການເມື່ອວັນທີ 2 ພຶດສະພາ, ທ່ານ Teuku Faizasyah, ໂຄສົກກະຊວງການຕ່າງປະເທດ ອິນໂດເນເຊຍ ຢັ້ງຢືນວ່າ: ບັນດາບັນຫາທີ່ໄດ້ຮັບບຸລິມະສິດນີ້ບໍ່ພຽງແຕ່ເໝາະສົມກັບເສົາຄ້ຳ “ຈຸດສຸມການເຕີບໂຕ” ໃນອາຍຸການເປັນປະທານ ອາຊຽນ ຂອງອິນໂດເນເຊຍ ໃນປີ 2023 ເທົ່ານັ້ນ ຫາກຍັງປະກອບສ່ວນປັບປຸງເສົາຄ້ຳປະຊາຄົມວັດທະນະທຳ - ສັງຄົມ ອາຊຽນ ອີກດ້ວຍ.

        ຕາມແຜນການແລ້ວ, ວັນທີ 8 ພຶດສະພາ, ຢູ່ ບາລີ,  ປະເທດ ອິນໂດເນເຊຍ, ລັດຖະມົນຕີ ປະສານງານດ້ານວັດທະນະທຳ ແລະ ພັດທະນາມະນຸດຂອງ ອິນໂດເນເຊຍ ຈະເປັນປະທານກອງປະຊຸມລັດຖະມົນຕີຮັບຜິດຊອບເສົາຄ້ຳວັດທະນະທຳ - ສັງຄົມ ອາຊຽນ (ກອງປະຊຸມ ASCC).

TAG
VOV/VOVworld/ກອງ​ປະ​ຊຸມ​ສຸດຍອດ/ປະ​ທານ ອາ​ຊຽນ/ອິນ​ໂດ​ເນ​ເຊຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ