logo

ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump: ຫຼາຍ​ປະ​ເທດ ອາ​ດ​ຈະ​ຈັດ​ສົ່ງ​ກ່ຳ​ປັ່ນ​ສູ້​ຮົບ​ໄປ​ຍັງ​ເຂດ​ຊ່ອງ​ແຄບ​ທະ​ເລ Hormuz

2026/3/15 | 04:59:00
(VOVWORLD) -  ວັນທີ 14 ມີນາທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຫຼາຍປະເທອາດຈະຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດຊ່ອງແຄບທະເລ Hormuz ເພື່ອແນໃສ່ຮັບປະກັນໃຫ້ເສັ້ນທາງຂົນສົ່ງລັງງານສຳຄັນນີ້ຢ່າງໂລ່ງລຽນ ໃນສະພາບການຄວາມເຄັ່ງຕຶລະຫວ່າງ ອາເມລິກາ ແລະ ອີຣານ ສືບຕໍ່ເພີ່ມຂຶ້ນ.
ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຄຳເຫັນຕໍ່ໜ້າສື່ມວນຊົນໃນວັນທີ  13/3/2026. (ພາບ: : REUTERS/Kevin Lamarque)

    ໃນບົດຂຽນທີ່ໄດ້ເອົາລົງໃນສື່ສັງຄົມອອນໄລ Truth Social, ທ່ານ  Donald Trump ປະທານາທິບໍດີ ອາເມລິກາ ຖືວ່າ ບັນດາປະເທດຖືກຜົນກະທົບຈາກຄວາມມານະພະຍາຍາມຂອງ ອີຣານ ເພື່ອແນໃສ່ປິດປະຕູຊ່ອງແຄບທະເລ Hormuz ຈະສົມທົບກັບ ວໍຊິງຕັນ ເພື່ອຮັບປະກັນຄວາມປອດໄພໃຫ້ແກ່ເສັ້ນທາງຂົນສົ່ງທາງທະເລນີ້. ການສົມທົບຈະໄດ້ປະຕິບັດດ້ວຍເລື່ອງບັນດາປະເທດ ຈະສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວ ເພື່ອຮັກສາໃຫ້ຊ່ອງແຄບທະເລ Hormuz ໄດ້ຮັບການຈະລາຈອນຢ່າງລຸລ່ວງ.

    ທ່ານປະທານາທິບໍດີ Donald Trump  ວັງວ່າ ປະເທດຈຳນວນໜຶ່ງຄື: ຈີນ, ລັ່ງ, ຍີ່ປຸ່ນ, .ເກົາຫຼີ, ອັງກິດ ແລະ ບາງປະເທດອື່ນ ຈະຈັດສົ່ງກ່ຳປັ່ນໄປຍັງເຂດດັ່ງກ່າວ. ເຖິງຢ່າງໃດກໍຕາມ, ທຳນຽບຂາວ ຍັງບໍ່ທັນໄດ້ຍົກອອກປະຕິກິລິຍາໃດຕໍ່ເລື່ອງ ຈະມີປະເທດໃດແດ່ ທີ່ຕົກລົງເຫັນດີຈັດສົ່ງກ່ຳປັ່ນສູ້ຮົບໄປຍັງເຂດດັ່ງກ່າວຢ່າງເປັນທາງການຫຼືບໍ?

ນັກຂ່າວ VOV ປະຈຳ ອາເມລິກາ

 


 

TAG
VOV/VOVworld/ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump/ຊ່ອງແຄບທະເລ Hormuz

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ