ທ່ານ Attaullah Tarar, ລັດຖະມົນຕີກະຊວງຂໍ້ມູນຂ່າວ ປາກິດສະຖານ ໃຫ້ຮູ້ວ່າ ຂໍ້ຕົກລົງດັ່ງກ່າວໄດ້ຍົກອອກມາຕາມຂໍ້ສະເໜີຂອງບັນດາປະເທດ ອາຣັບ “ອ້າຍນ້ອງ” ເຊິ່ງແມ່ນ ຊະອຸດີ ອາຣາເບຍ, ກາຕາ ແລະ ຕວັກກີ. ທ່ານເນັ້ນໜັກວ່າ ນີ້ແມ່ນ “ການກະທຳເຈດຕະນາດີຕາມມາດຕະຖານ ອິດສະລາມ” ແຕ່ກໍ່ກ່າວເຕືອນວ່າ: “ຖ້າຫາກເກີດບໍ່ວ່າການບຸກໂຈມຕີໃດໆຜ່ານຊາຍແດນ, ບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ຫຼື ກໍ່ການຮ້າຍຢູ່ຜືນແຜ່ນດິນຂອງ ປາກິດສະຖານ, ບັນດາບັ້ນຮົບຈະໄດ້ເຊື່ອມຕໍ່ຄືນໃໝ່ໃນທັນທີດ້ວຍລະດັບຮ້າຍແຮງກວ່າ”.
ການປະທະກັນລະຫວ່າງ 2 ປະເທດບ້ານໃກ້ເຮືອນຄຽງເກີດຂຶ້ນຢ່າງຮ້າຍແຮງກວ່ານັບແຕ່ທ້າຍເດືອນ ກຸມພາ, ພາຍຫຼັງທີ່ ອາບການິດສະຖານ ດຳເນີນການບຸກໂຈມຕີຂ້າມຊາຍແດນ ແນໃສ່ໂຕ້ຕອບບັນດາການບຸກໂຈມຕີທາງອາກາດຂອງ ປາກິດສະຖານ. ການຜັນແປຫຼ້າສຸດນີ້ໄດ້ເຮັດໃຫ້ຂໍ້ຕົກລົງຢຸດຍິງໂດຍ ກາຕາ ເປັນກາງໄກເກ່ຍ ເມື່ອເດືອນ ຕຸລາ 2025, ທີ່ເຄີຍໄດ້ຮັບການສ້າງຂຶ້ນພາຍຫຼັງເກີດການປະທະກັນເຮັດໃຫ້ທະຫານ ແລະ ສາມັນຊົນຫຼາຍຄົນເສຍຊີວິດນັ້ນ ຖືກລົ້ມລະລາຍ.




