logo

ຜູ້​ມີ​ສິດ​ເລືອກ​ຕັ້ງ​ເຂດ ແບກ​ລອງວີ​ ໄປ​ເລືອ​ກ​ຕັ້ງ​ກ່ອນ​ເວ​ລາ​ກຳ​ນົດ​ຢ່າງ​ກະ​ຕື​ລື​ລົ້ນ

2026/3/14 | 07:41:28
(VOVWORLD) - ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ
ຜູ້ມີສິດເລືອກຕັ້ງເຂດພິເສດ ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031 ກ່ອນ1 ວັນເມື່ອທຽບໃສ່ເວລາກຳນົດວັນເລືອກຕັ້ງທົ່ວປະເທດ
 (ພາບ: VOV)

ວັນທີ 14 ມີນາ, ຜູ້ມີສິດເລືອກຕັ້ງເຊດພິເສດ ແບກລອງວີ (ນະຄອນຫ໋າຍຝ່ອງ) ໄດ້ໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031, ກ່ອນເວນລາກຳນົດ 1 ວັນເມື່ອທຽບກັບວັນເລືອກຕັ້ງທົ່ວປະເທດ. ຜູ້ມີສິດເລືອກຕັ້ງເຂດພິເສດແບກລອງວີ ມີຄວາມກະຕືລືລົ້ນໄປຍັງບັນດາສະຖານທີ່ເລືອກຕັ້ງ, ປະຕິບັດສິດ ແລະ ຄວາມຮັບຜິດຊອບພົນລະເມືອງຂອງຕົນ.

ດ້ວຍລັກສະນະພິເສດແມ່ນເຂດພິເສດມີປະຊາກອນຕຳກວ່າ 1000 ຄົນ, ດັ່ງນັ້ນຜູ້ມີສິດເລືອກຕັ້ງເຂດພິເສດ ແບກລອງວີ ພຽງແຕ່ເລືອກຕັ້ງສອງຂັ້ນແມ່ນ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນນະຄອນ, ບໍ່ເລືອກຕັ້ງສະມາຊິກສະພາປະຊາຊົນຂັ້ນຕາແສງຄືບັນດາທ້ອງຖິ່ນອື່ນ. ທ່ານ ຫງວຽນວັນເຮົ້າ, ຮອງປະທານຄະນະກຳມະການປະຊາຊົນເຂດພິເສດ ແບກລອງວີ ໃຫ້ຮູ້ວ່າ:

ພະນັກງານນັກຮົບ ແລະ ພໍ່ແມ່ປະຊາຊົນໃນເຂດພິເສດແບກລອງວີ ມີຄວາມກະຕືລືລົ້ນ ທີ່ໄດ້ເຂົ້າຮ່ວມການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ. ນັບແຕ່ປະຊາຊົນພວມທຳມາຫາກິນຢູ່ທະເລ, ພໍ່ແມ່ປະຊາຊົນໃນຝັ່ງ ຕະຫຼອດຮອດບັນດາພະນັກງານນັກຮົບ ກຳລັງປະກອບອາວຸດໃນເກາະ ໄດ້ເຂົ້າຮ່ວມການເລືອກຕັ້ງຢ່າງຄົບຖ້ວນ.

TAG
VOV/VOVworld/ຜູ້​ມີ​ສິດ​ເລືອກ​ຕັ້ງ/​ເຂດແບກ​ລອງວີ​/ການ​ເລືອ​ກ​ຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ