logo

ພິທີອັດກອງປະຊຸມສໍາມະນາສາກົນ ກ່ຽວກັບທະເລຕາເວັນອອກ ຄັ້ງທີ 10

2018/11/10 | 10:50:00
(VOVWORLD) -ບັນດາຝ່າຍທີ່ຂັດແຍ່ງກັນ ຄວນພິຈາລະນາຄືນຄໍາຮຽກກຳມະສິດຂອງຕົນ, ລົບລ້າງບັນດາຄໍາຮຽກກຳມະສິດທີ່ເກີນຂອບເຂດ, ບໍ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.
 ບັນດານັກຮຽນຮູ້ປຶກສາຫາລືທີ່ກອງປະຊຸມສຳມະນາ 

ວັນທີ 9 ພະຈິກ, ທີ່ນະຄອນດ່າໜັງຂອງຫວຽດນາມ, ກອງປະຊຸມສໍາມະນາສາກົນຄັ້ງທີ 10 ກ່ຽວກັບທະເລຕາເວັນອອກ ພາຍໃຕ້ຫົວຂໍ້ວ່າ “ທະເລຕາເວັນອອກ: ຮ່ວມມືເພື່ອຄວາມໝັ້ນຄົງ ແລະ ພັດທະນາພາກພື້ນ” ໂດຍສະຖາບັນການຕ່າງປະເທດ, ກອງທຶນໜູນຊ່ວຍຄົ້ນຄວ້າກ່ຽວກັບທະເລຕາເວັນອອກ ແລະ ສະມາຄົມທະນາຍຄວາມຫວຽດນາມ ຈັດຕັ້ງ ໄດ້ສິ້ນສຸດລົງ. ພາຍຫຼັງການເຮັດວຽກມາເປັນເວລາ 2 ວັນ,  ດ້ວຍ 36 ບົດປະກອບຄຳເຫັນນຳມາສະເໜີ ພ້ອມກັບ ການປຶຶກສາຫາລື, ແລກປ່ຽນຢ່າງຟົດຟື້ນກວ່າ 200 ຂໍ້ຄຳເຫັນ. ນັກຮຽນຮູ້ຫຼາຍຄົນຖືວ່າ ເລື່ອງບັນດາປະເທດເພີ່ມທະວີການສ້າງກໍາລັງ ແລະ ຫັນເຄື່ອນໄຫວຢູ່ທະເລຕາເວັນອອກເປັນການທະຫານ ແມ່ນຄວາມສ່ຽງຂາດສະຖຽນລະພາບຫຼາຍທີ່ສຸດໃນປັດຈຸບັນ. ເມື່ອປຶກສາຫາລືກ່ຽວກັບມາດຕະການສ້າງຄວາມໄວ້ເນື້ອເຊື່ອໃຈ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລຕາເວັນອອກໃນໄລຍະຈະມາເຖິງ, ນັກຮຽນຮູ້ຫຼາຍຄົນຖືວ່າ,ບັນດາຝ່າຍທີ່ຂັດແຍ່ງກັນ ຄວນພິຈາລະນາຄືນຄໍາຮຽກກຳມະສິດຂອງຕົນ, ລົບລ້າງບັນດາຄໍາຮຽກກຳມະສິດທີ່ເກີນຂອບເຂດ, ບໍ່ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982. ຈາກນັ້ນ, ຮັດແຄບການຂັດແຍ້ງກັນ, ກ້າວໄປເຖິງການແກ້ໄຂການຂັດແຍ້ງກັນ ໂດຍສັນຕິວິທີເທື່ອລະກ້າວ.

TAG
VOV/VOVworld/ຄໍາຮຽກ​ກຳ​ມະ​ສິດ/ໂດຍ​ສັນຕິ​ວິທີ/ສະມາຄົມ​ທະນາຍຄວາມ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ