logo

ມຸ່ງ​ໄປ​ສູ່​ການ​ສ້າງເຄືອ​ຂ່າຍ​ເລີ່ມ​ຕົ້ນ​ທຸ​ລ​ະ​ກິດ​ອາ​ຊຽນ

2020/7/22 | 11:09:16
(VOVWORLD) -ມຸ່ງໄປສູ່ການສ້າງເຄືອຂ່າຍເລີ່ມຕົ້ນທຸລະກິດອາຊຽນນີ້ແມ່ນໜຶ່ງໃນບັນດາຂໍ້ລິເລີ່ມພົ້ນເດັ່ນໂດຍຫ້ອງການອຸດສາຫະກຳ ແລະ ການຄ້າ ຫວຽດນາມ (VCCI) ຍົກອອກມາໃນປີ ອາຊຽນ 2020. 
ກອງປະຊຸມຖະແຫຼງຂ່າວແນະນຳບັນດາການເຄື່ອນໄຫວວິສາຫະກິດໂດຍ VCCI ເປັນເຈົ້າພາບຈັດຕັ້ງໃນປີປປະທານອາຊຽນ 2020 (ພາບ: BNEWS) 

ຂໍ້ມູນດັ່ງກ່າວໂດຍ VCCI ປະກາດຢູ່ກອງປະຊຸມຖະແຫຼງຂ່າວໃນຕອນເຊົ້າວັນທີ 22 ກໍລະກົດ, ຢູ່ຮ່າໂນ້ຍ. ຕາມທ່ານ ຫວູຕຽນລົກ, ປະທານ VCCI, ປະທານກອງປະຊຸມສຸດຍອດດຳເນີນທຸລະກິດຫວຽດນາມແລ້ວ, ຂໍ້ລິເລີ່ມສ້າງເຄືອຂ່າຍເລີ່ມຕົ້ນທຸລະກິດອາຊຽນຈະແມ່ນພື້ນຖານດີຈີຕອນເພື່ອເຊື່ອມຕໍ່ປະຊາຄົມເລີ່ມຕົ້ນທຸລະກິດໃນບັນດາພື້ນຖານເສດຖະກິດ ອາຊຽນ. ນີ້ກໍ່ໄດ້ຮັບການມຸ່ງຫວັງວ່າຈະແມ່ນໂຄງການ “ມໍລະດົກ”ໃນອາຊຽນ, ສືບຕໍ່ມູນເຊື້ອກ່ຽວກັບຂໍ້ລິເລີ່ມຂອງຫວຽດນາມ. ທ່ານກ່າວວ່າ:

        ຈິດໃຈເລີ່ມຕົ້ນທຸລະກິດຈະແມ່ນກຳລັງໜູນຕົ້ນຕໍໃນການພັດທະນາຂອງ ອາຊຽນ ແລະ ເຄືອຂ່າຍນີ້ກ່ອນອື່ນໝົດແມ່ນຮັບໃຊ້ໃຫ້ແກ່ປະຊາຄົມຈຸນລະວິສາຫະກິດ, ວິສາຫະກິດຂະໜາດກາງ ແລະ ນ້ອຍ. ແລະເມື່ອສ້າງຕັ້ງໄດ້ເຄືອຂ່າຍເຊື່ອມຕໍ່ - ພື້ນຖານນີ້ແລ້ວ, ຂ້າພະເຈົ້າຊົມເຊີຍ ຕໍ່ບັນດາບໍລິສັດທີ່ປຶກສາແຖວໜ້າ, ບັນດານັກບໍລິຫານແຖວໜ້າຂອງຫວຽດນາມ ທີ່ໄດ້ສ້າງບັນດາຮູບແບບບໍລິຫານເພື່ອສາມາດເຊື່ອມຕໍ່ຢ່າງກ້ວາງຂວາງບົນພື້ນຖານດີຈີຕອນອາຊຽນນີ້.

TAG
VOV/VOVworld​/ສ້າງເຄືອ​ຂ່າຍ​ເລີ່ມ​ຕົ້ນ​ທຸ​ລ​ະ​ກິດ/​ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ