logo

ວິ​ທະ​ຍາ​ຄານ​ເຕັກ​ນິກ​ການ​ທະ​ຫານ ຕ້ອງ​ສວມ​ບົດ​ບາດ​ນຳ​ພາ​ໃນ​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ, ເຕັກ​ນິກ​ການ​ທະ​ຫານ

2026/3/17 | 06:13:00
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5 ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ.
ທ່ານເລຂາທິການໃຫຍ່ ໂຕເລິມ ຢ້ຽມຢາມວິທະຍາຄານເຕັກນິກການທະຫານ (ພາບ: VOV)

ວິທະຍາຄານເຕັກນິກການທະຫານ ຕ້ອງສວມບົດບາດນຳພາໃນການຄົ້ນຄວ້າວິທະຍາສາດ, ເຕັກນິກການທະຫານ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານ ໂຕເລິມ ເລຂາທິການໃຫຍ່, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ເລຂາຄະນະພັກການທະຫານສູນກາງ ເມື່ອມາຢ້ຽມຢາມ ແລະ ເຮັດວຽກກັບວິທະຍາຄານເຕັກນິກການທະຫານໃນຕອນເຊົ້າວັນທີ 17 ມີນາ, ຢູ່ຮ່າໂນ້ຍ. ທ່ານເລຂາທິການໃຫຍ່ ໂຕເລິມ ສະເໜີໃຫ້ວິທະຍາຄານເຕັກນິກການທະຫານສຸມໃສ່ປະຕິບັດ 5ທິດທາງສຳຄັນທີ່ໄດ້ກຳນົດ, ໃນນັ້ນ ຕ້ອງເຊື່ອມຊຶມຢ່າງເລິກເຊິ່ງ, ກຳແໜ້ນທັດສະນະ, ແນວທາງ, ແຜນນະໂຍບາຍຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ; ບັນດາທິດທາງຍຸດທະສາດໃນການສ້າງກອງທັບໃນໄລຍະຈະມາເຖິງ. ທ່ານກ່າວວ່າ:

 “ຕ້ອງປ່ຽນແປງໃໝ່ເນື້ອໃນ, ລາຍການກໍ່ສ້າງຕາມທິດທັນສະໄໝ, ແທດຈິງ ແລະ  ເຊື່ອມຕໍ່ຢ່າງແຮງ, ຕິດພັນກັບພຶດຕິກຳຕົວຈິງ ແລະ ການພັດທະນາຂອງວິທະຍາສາດເຕັກໂນໂລຢີຢ່າງແໜ້ນແຟ້ນ, ຍູ້ແຮງການເຊື່ອມໂຍງສາກົນ, ຖື “ສຳມະນາກອນ, ນັກສຶກສາເປັນໃຈກາງ, ໂຮງຮຽນເປັນພື້ນຖານ, ຄູອາຈານເປັນກຳລັງໜູນ”. ເພີ່ມທະວີການຮ່ວມມືກ່ຽວກັບການກໍ່ສ້າງ, ຄົ້ນຄວ້າວິທະຍາສາດ, ຖ່າຍທອດເຕັກໂນໂລຢີກັບບັນດາອົງການ, ກົມກອງ, ຄູ່ຮ່ວມມືພາຍໃນ ແລະ ຕ່າງປະເທດ; ເສີມຂະຫຍາຍປະສິດທິຜົນຊື່ສຽງຮຽງນາມຂອງໂຮງຮຽນມະຫາວິທະຍາໄລເຕັກນິກ ເລກຸຍດົນ ໃນການຮ່ວມມືສາກົນ.”

TAG
VOV/VOVworld/ວິທະຍາຄານເຕັກນິກການທະຫານ/ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ