logo

ວັນ​ບຸນ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ 2026 ສ້າງ​ຂີດ​ໝາຍ​ດ້ວຍຫຼາຍ​ຈຸດ​ໃໝ່

2026/3/16 | 07:50:20
(VOVWORLD) - ວັນບຸນມີການເຂົ້າຮ່ວມຂອງບັນດາແຂວງ, ນະຄອນຄື: ແຄ້ງຮວ່າ, ທ້າຍງວຽນ, ບັກນິງ, ຕວຽນກວາງ, ເງະອານ, ຢາລາຍ, ກ໋ວາງນິງ ອັດໄດ້ສ້າງການລົງຄົ້ນຫາຕົວຈິງທີ່ດູດດື່ມກ່ຽວກັບການທ່ອງທ່ຽວ, ອາຫານການກິນ ຂອງບັນດາທ້ອງຖິ່ນ.
ວັນບຸນການທ່ອງທ່ຽວ ຮ່າໂນ້ຍ 2026 (ພາບ: VOV5)

ຕອນຄ່ຳວັນທີ 15 ມີນາ, ຢູ່ສວນສາທາລະນະ ໂທ້ງເຍິດ, ວັນບຸນການທ່ອງທ່ຽວ ຮ່າໂນ້ຍ 2026 ໄດ້ອັດລົງພາຍຫຼັງຈັດຕັ້ງເປັນເວລາ3 ວັນ. ວັນບຸນທ່ອງທ່ຽວຮ່າໂນ້ຍ 2026 ໄດ້ສ້າງສະຖານທີ່ໂຄສະນາ, ເຊື່ອມຕໍ່ ແລະ ລົງຄົ້ນຫາຕົວຈິງດ້ານວັດທະນະທຳ, ການທ່ອງທ່ຽວພົ້ນເດັ່ນຂອງນະຄອນຫຼວງຮ່າໂນ້ຍ, ພ້ອມທັງເປີດກາລະໂອກາດເພື່ອໃຫ້ບັນດາທ້ອງຖິ່ນ ແລະ ວິສາຫະກິດທ່ອງທ່ຽວແນະນຳຜະລິດຕະພັນໃໝ່, ເພີ່ມທະວີການຮ່ວມມືພັດທະນາການທ່ອງທ່ຽວແບບຍືນຍົງ. ວັນບຸນໄດ້ຈັດຂຶ້ນຕາມຮູບແບບສະຖານທີ່ເປີດ, ສີຂຽວ ແລະ ໃກ້ຊິດກັບທຳມະຊາດ, ເພີ່ມທະວີບັນດາການເຄື່ອນໄຫວລົງຄົ້ນຫາຕົວຈິງໂດຍກົງຄື: ການສະແດງໝູ່ບ້ານອາຊີບ, ຊິມຊາ, ຮັບປະທານອາຫານ ແລະ ພົນປະແລກປ່ຽນວັດທະນະທຳ. ວັນບຸນມີການເຂົ້າຮ່ວມຂອງບັນດາແຂວງ, ນະຄອນຄື: ແຄ້ງຮວ່າ, ທ້າຍງວຽນ, ບັກນິງ, ຕວຽນກວາງ, ເງະອານ, ຢາລາຍ, ກ໋ວາງນິງ ອັດໄດ້ສ້າງການລົງຄົ້ນຫາຕົວຈິງທີ່ດູດດື່ມກ່ຽວກັບການທ່ອງທ່ຽວ, ອາຫານການກິນ ຂອງບັນດາທ້ອງຖິ່ນ.

TAG
VOV/VOVworld/ການ​ທ່ອງ​ທ່ຽວ/ຮ່າ​ໂນ້ຍ/ວັນ​ບຸນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ