logo

ວັນບຸນຂອງປະເທດຊາດ ແລະ ໜ້າທີ່ຄວາມຮັບຜິດຊອບຕໍ່ປະຊາຊົນ

2026/3/19 | 10:56:19
(VOVWORLD) - ວັນທີ 19 ມີນາ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ມີບົດຂຽນດ້ວຍຫົວຂໍ້ວ່າ “ວັນບຸນຂອງປະເທດຊາດ ແລະ ໜ້າທີ່ຄວາມຮັບຜິດຊອບຕໍ່ປະຊາຊົນ”.
ທ່ານເລຂາທິການໃຫຍ່ ໂຕເລິມ ປະຕິບັດສິດຂອງພົນລະເມືອງ, ໄປປ່ອນບັດເລືອກຕັ້ງ
(ພາບປະກອບ: VGP)

        ໃນບົດຂຽນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ເພື່ອປະຕິບັດຄວາມຄາດຫວັງໃຫ້ ຫວຽດນາມ ກາຍເປັນປະເທດພັດທະນາ ມີລາຍຮັບສູງໃນປີ 2045, ບັນດາສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະພາປະຊາຊົນທຸກຂັ້ນອາຍຸການໃໝ່ ຕ້ອງມານະພະຍາຍາມປ່ຽນແປງໃໝ່, ຕິດແທດກັບສະພາບການຕົວຈິງຂອງພາລະກິດແຫ່ງການປ່ຽນແປງໃໝ່, ຕັ້ງໜ້າປະກອບສ່ວນພູມປັນຍາໃນການສ້າງລະບົບກົດໝາຍໃຫ້ສົມບູນແບບ, ເພີ່ມທະວີປະສິດທິຜົນການຕິດຕາມກວດກາສູງສຸດ ແລະ ຕັດສິນບັນດາບັນຫາສຳຄັນຢ່າງຖືກຕ້ອງ. ພິເສດ, ສະມາຊິກແຕ່ລະສະຫາຍ ຕ້ອງຮັກສາການຕິດຕໍ່ກັບຜູ້ມີສິດເລືອກຕັ້ງຢ່າງແໜ້ນແຟ້ນ, ຍາມໃດກໍ່ຮັບຟັງສຽງເວົ້າຂອງປະຊາຊົນ, ຍົກອອກບັນດາບັນຫາຮ້ອນໃຈຂອງຊີວິດເຂົ້າໃນເວທີການເມືອງ ເພື່ອປຶກສາຫາລື ແລະ ແກ້ໄຂຢ່າງທັນການ.

        ສະຫຼຸບບົດຂຽນ, ທ່ານເລຂາທິການໃຫຍ່ຢືນຢັນວ່າ ຜົນສຳເລັດຂອງການເລືອກຕັ້ງໄດ້ເປີດປະຖົມປັດໃຈ, ກຳລັງໜູນໃໝ່ ເພື່ອໃຫ້ ຫວຽດນາມ ກ້າວເຂົ້າສູ່ໄລຍະພັດທະນາໃໝ່ເປັນເທື່ອລະກ້າວ.

TAG
VOV/VOVworld/​ພູມ​ປັນ​ຍາ​/ລະ​ບົບ/​ກົດ​ໝາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ