logo

ວັນບຸນ “ເຊີດຊູຄວາມງາມຂອງທະເລ, ໝູ່ເກາະ ຫວຽດນາມ” ຢູ່ຮູງກາຣີ

2017/5/1 | 09:00:04
​​​​ວັນ​ທີ 29/4, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Corvinus, Budapest, ປະ​ເທດ ຮູງ​ກາ​ຣີ ໄດ້​ຈັດ​ຕັ້ງ​ລາຍ​ການ “ເຊີດ​ຊູ​ຄ​ວາມ​ງາມ​ຂອງ​ທະ​ເລ ໝູ່​ເກາະ ຫວຽດ​ນາມ” ....

ພິ​ທີ​ໄຂ​ລາຍ​ການ “ເຊີດ​ຊູ​ຄ​ວາມ​ງາມ​ຂອງ​ທະ​ເລ ໝູ່​ເກາະ ຫວຽດ​ນາມ”
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ​​​​ວັນ​ທີ 29/4, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ Corvinus, Budapest, ປະ​ເທດ ຮູງ​ກາ​ຣີ ໄດ້​ຈັດ​ຕັ້ງ​ລາຍ​ການ “ເຊີດ​ຊູ​ຄ​ວາມ​ງາມ​ຂອງ​ທະ​ເລ ໝູ່​ເກາະ ຫວຽດ​ນາມ” ໂດຍ​ສະ​ມາ​ຄົມ​ນັກ​ສຶກ​ສາ, ​ໜ່ວຍຊາວ​ໜຸ່ມ ຫວຽ​ດ​ນາມ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ ຢູ່​ຮູງ​ກາ​ຣີ ຈັດ​ຕັ້ງ. ລາຍ​ການ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ນັບ​ຮ້ອຍ​ຄົນ, ເຊິ່ງ​ລວມ​ມີ ຄະ​ນະ​ບໍ​ລິ​ຫານ​ງານ​ສະ​ມາ​ຄົມ​ຊາວ ຫວຽດ​ນາມ, ສະ​ມາ​ຄົມ​​ນັກ​ຮົບ​ເກົ່າ ຫວຽດ​ນາມ ຢູ່ ຮູງ​ກາ​ຣີ, ສະ​ມາ​ຄົມ​ມິດ​ຕ​ະ​ພາບ ຮູງ​ກາ​ຣີ - ຫວຽດ​ນາມ, ຄູ​​ອາ​ຈານ​ສັງ​ກັດ​ມະ​ຫາ​ວິ​ທະ​ຍາ​ໄລ Corvinus ພ້ອມ​ກັບ​ນັກ​ສຶກ​ສາ ຫວຽດ​ນາມ, ນັກ​ສຶກ​ສາ​ຕ່າງ​ປະ​ເທດ ແລະ ນັກ​ສຶກ​ສາ ຮູງ​ກາ​ຣີ ພວມ​ຮ່ຳ​ຮຽນ​ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງນີ້ ເປັນ​ຈຳ​ນວນຫຼວງຫຼາຍ.

        ໃນ​ຂອບ​ເຂດ​ລາຍ​ການໄດ້​ວາງ​ສະ​ແດງ​ຮູບ​ຖ່າຍ​ນັບ​ຮ້ອຍ​ແຜ່ນ​ກ່ຽວ​ກັບ​ປະ​ຫວັດ​ສາດ, ທະ​ເລ, ໝູ່​ເກາະ ແລະ ປະ​ເທດ​ຊາດ, ຊາວ ຫວຽດ​ນາມ, ພິ​ເສດ​ແມ່ນ​ມີ​ແຜນ​ທີ່​ເກົ່າຫຼາຍ​ຊຸດ​ທີ່​ໄດ້​ຢັ້ງ​ຢ​ືນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ ໄດ້ນ​ຳ​ມາ​ວາງ​ສະ​ແດງ, ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ແທນ​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນຫຼ​ວງຫຼ​າຍ. ຄ​ຽ​ງ​ຄູ່​ກັນ​ນັ້ນ ແມ່ນ​ບັນ​ດາ​ລາຍ​ການ​ສະ​ແດງ​ສິ​ລະ​ປະ, ເດີນ​ແບບ​ອາ​ພອນ, ແນະ​ນຳ​ອາ​ຫານ​ການ​ກິນ​ຂອງ ຫວຽດ​ນາມ ອີກ​ດ້ວຍ.


TAG
vovworld/ປະ​ເທດ ຮູງ​ກາ​ຣີ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ