logo

ວາງສະແດງຮູບຖ່າຍສິລະປະສັນລະເສີນທະເລ, ໝູ່ເກາະ ຫວຽດນາມ 223 ແຜ່ນ

2019/4/3 | 07:33:00
(VOVWORLD) - ບັນດາຮູບຖ່າຍທີ່ໄດ້ຮັບການຕີລາຄາສູງເຫລົ່ານັ້ນ ສະແດງໃຫ້ເຫັນຄວາມງາມຂອງທຳມະຊາດ, ປະຊາຊົນຢູ່ບັນດາເຂດທະເລ, ໝູ່ເກາະ ຫວຽດນາມ ຜ່ານຊ່ວງເວລາຂອງຊີວິດ, ການດຳເນີນຊີວິດປະຈຳກັນ; ຮີດຄອງປະເພນີ, ວັດທະນະທຳຂອງປະຊາຊົນຢູ່ເຂດແຄມຝັ່ງທະເລ ຫວຽດນາມ…

ວັນທີ 02 ເມສາ, ທີ່ເຂດປູສະນີຍະສະຖານປະຫວັດສາດ, ວັດທະນະທຳກຸງເກົ່າ ຮວາລື, ເມືອງ ຮວາລື (ແຂວງ ນິງບີງ), ຄະນະໂຄສະນາສຶກສາສູນກາງພັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ໄດ້ສົມທົບກັບຄະນະພັກແຂວງ ນິງບີງ ຈັດຕັ້ງງານວາງສະແດງຮູບຖ່າຍສິລະປະ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ”.

 ວາງສະແດງຮູບຖ່າຍສິລະປະສັນລະເສີນທະເລ, ໝູ່ເກາະ ຫວຽດນາມ ຢູ່ ກຸງເກົ່າ ຮວາລື (ພາບ: TTXVN)

        ງານວາງສະແດງໄດ້ນຳເອົາຮູບຖ່າຍດີເດັ່ນ 223 ແຜ່ນ ທີ່ໄດ້ຊິງການປະກວດຮູບຖ່າຍສິລະປະດ້ວຍຫົວຂໍ້ວ່າ “ທະເລ, ໝູ່ເກາະແຫ່ງບ້ານເກີດເມືອງນອນ” ມາວາງສະແດງ ໂດຍຄະນະໂຄສະນາສຶກສາສູນກາງພັກ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ສະມາຄົມນັກຖ່າຍຮູບ ຫວຽດນາມ ສົມທົບກັນຈັດຕັ້ງ. ບັນດາຮູບຖ່າຍທີ່ໄດ້ຮັບການຕີລາຄາສູງເຫລົ່ານັ້ນ ສະແດງໃຫ້ເຫັນຄວາມງາມຂອງທຳມະຊາດ, ປະຊາຊົນຢູ່ບັນດາເຂດທະເລ, ໝູ່ເກາະ ຫວຽດນາມ ຜ່ານຊ່ວງເວລາຂອງຊີວິດ, ການດຳເນີນຊີວິດປະຈຳກັນ; ຮີດຄອງປະເພນີ, ວັດທະນະທຳຂອງປະຊາຊົນຢູ່ເຂດແຄມຝັ່ງທະເລ ຫວຽດນາມ…ງານວາງສະແດງຈະດຳເນີນໄປຮອດວັນທີ 07 ເມສາ ຈຶ່ງອັດລົງ.

TAG
VOV/VOVworld/ວາງສະແດງ/ຮູບຖ່າຍສິລະປະ/ສັນລະເສີນ/ທະເລ/ໝູ່ເກາະ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ