logo

ສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດເອກະຊົນເປັນລະອຽດ ແລະ ເປັນລະບອບລະບຽບການ

2026/3/11 | 12:55:46
(VOVWORLD) - ສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ ຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 14, ມະຕິເລກທີ 68 ແລະ ບັນດາມະຕິຍຸດທະສາດອື່ນຂອງສູນກາງ.
(ທ່ານເລຂາທິການໃຫຍ່ ໂຕເລິມ, ກ່າວຄຳເຫັນທີ່ກອງປະຊຸມ)

ຕອນບ່າຍວັນທີ 11 ມີນາ, ຢູ່ສຳນັກງານສູນກາງພັກ, ທີ່ ຮ່າໂນ້ຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ຫົວໜ້າຄະນະຊີ້ນຳສູນກາງກ່ຽວກັບການສ້າງລະບອບລະບຽບການ ແລະ ກົດໝາຍໃຫ້ສົມບູນແບບ, ເປັນປະທານກອງປະຊຸມໄຕມາດທີ 1 ຂອງຄະນະປະຈຳຄະນະຊີ້ນຳ. ເຂົ້າຮ່ວມຍັງມີ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງວ່າ ໃນວິວັດການສ້າງຮ່າງໂຄງການກຳນົດທິດນິຕິບັນຍັດ ສະພາແຫ່ງຊາດ ອາຍຸການຊຸດທີ 16 ໃຫ້ສົມບູນ ຕ້ອງເອົາໃຈໃສ່ການຫັນບັນດາເນື້ອໃນແກ່ນສານ, ສຳຄັນຂອງເອກະສານກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກເປັນລະບອບລະບຽບການໃນປີນີ້.

ສຳລັບບົດລາຍງານຫົວເລື່ອງສະເພາະກ່ຽວກັບກົນໄກ, ນະໂຍບາຍ, ມາດຕະການແກ້ໄຂໃຫຍ່ເພື່ອຫັນບັນດາແຜນນະໂຍບາຍ, ການກຳນົດທິດຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ. ທ່ານເລຂາທິການໃຫຍ່ສະເໜີວ່າ:

“ສືບຕໍ່ຫັນບັນດາແຜນນະໂຍບາຍຂອງພັກກ່ຽວກັບການພັດທະນາເສດຖະກິດພາກເອກະຊົນເປັນລະບອບລະບຽບການ ຕາມເນື້ອໃນຈິດໃຈກອງປະຊຸມໃຫຍ່ຄັ້ງທີ 14, ມະຕິເລກທີ 68 ແລະ ບັນດາມະຕິຍຸດທະສາດອື່ນຂອງສູນກາງ. ສ້າງບັນດາກົນໄກ, ນະໂຍບາຍໃຫ້ສົມບູນແບບ, ສ້າງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດໃຫ້ມີຄວາມສະດວກ, ຫຼຸດຜ່ອນລາຍຈ່າຍ, ເຄົາລົບກົດໝາຍ; ຮັບປະກັບບັນດາແຫຼ່ງກຳລັງກ່ຽວກັບທີ່ດິນ, ທຶນ, ວິທະຍາສາດ - ເຕັກໂນໂລຊີ… ເພື່ອຊຸກຍູ້ເສດຖະກິດພາກເອກະຊົນໃຫ້ພັດທະນາຢ່າງແຮງກວ່າ”.

TAG
VOV/VOVworld/ກົນ​ໄກ/ນະ​ໂຍ​ບາຍ/ມາດ​ຕະ​ການ/​ແກ້​ໄຂ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ