logo

ສື່​ມວນ​ຊົນ​ລາວ ອອກ​ຂ່າວ, ບົດ​ເປັນ​ຈຳ​ນວນຫຼາຍ​ກ່ຽວ​ກັບ​ບັນ​ດາ​ກິດ​ຈະ​ກຳ​ສະ​ເຫຼີມ​ສະຫຼອງວັນ​ຊາດ ຫວຽດ​ນາມ ຄົບ​ຮອບ 80 ປີ

2025/9/2 | 05:35:44
(VOVWORLD) - ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ສືບຕໍ່ໄດ້ຮັບການຖະໜຸຖະໜອມ ແລະ ເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ທັງສອງລັດ. ການປະຕິວັດເດືອນສິງຫາໄດ້ສ້າງພື້ນຖານປະຊາທິປະໄຕ, ຢັ້ງຢືນສິດທິມະນຸດ, ຢັ້ງຢືນຄວາມຄດາຫວັງຂອງຊາດ ຫວຽດນາມ.
ໜ້າທຳອິດຂອງໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກຕອນເຊົ້າວັນທີ 1 ກັນຍາ  (ພາບ: VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນການປະຕິວັດເດືອນສິງຫາ ແລະ ວັນສະຖາປະນາປະເທດແຫ່ງ ສສ. ຫວຽດນາມ ຄົບຮອບ 80 ປີ, ໃນໜ້າທຳອິດຂອງໜັງສືພິມ ປະຊາຊົນ, ອົງການກະບອກສຽງຂອງພັກປະຊາຊົນປະຕິວັດລາວ, ສະບັບອອກຕອນເຊົ້າວັນທີ 1 ກັນຍາ ໄດ້ລົງບົດຂຽນກ່ຽວກັບຄວາມຮູ້ສຶກຂອງທ່ານ ຄຳພັນ ເຜີຍຍະວົງ ຫົວໜ້າຄະນະໂຄສະນາອົບຮົມສູນກາງ, ປະທານສະພາທິດສະດີສູນກາງພັກປະຊາຊົນປະຕິວັດ ລາວ; ພ້ອມດຽວກັນນັ້ນ, ທ່ານກໍຢັ້ງຢືນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ - ຫວຽດນາມ ສືບຕໍ່ໄດ້ຮັບການຖະໜຸຖະໜອມ ແລະ ເພີ່ມທະວີ, ນັບມື້ນັບເຂົ້າສູ່ລວງເລິກ ແລະ ມີປະສິດທິຜົນ, ນຳມາເຊິ່ງຜົນປະໂຫຍດອັນຍິ່ງໃຫຍ່ໃຫ້ແກ່ທັງສອງລັດ. ການປະຕິວັດເດືອນສິງຫາໄດ້ສ້າງພື້ນຖານປະຊາທິປະໄຕ, ຢັ້ງຢືນສິດທິມະນຸດ, ຢັ້ງຢືນຄວາມຄດາຫວັງຂອງຊາດ ຫວຽດນາມ.

        ມີຫຼາຍໜັງສືພິມອື່ນຂອງລາວກໍໄດ້ລົງຂ່າວ, ບົດກ່ຽວກັບບັນດາກິດຈະກຳທີ່ມີຄວາມໝາຍ ສະເຫຼີມສະຫຼອງການປະຕິວັດເດືອນສິງຫາ  ແລະ ວັນຊາດ ຫວຽດນາມ ທີ 2 ກັນຍາ, ກໍຄືບັນດາຜົນງານເຊິ່ງພັກ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນ 80 ປີຜ່ານມາ.

ນັກຂ່າວ VOV ປະຈຳ ລາວ


TAG
VOV/VOVworld/ສື່ມວນ​ຊົນ​ລາວ/ວັນ​ຊາດ ຫວຽດ​ນາມ​ທີ 2 ກັນ​ຍາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ