logo

ສື່ມວນຊົນສາກົນມີຄວາມປະທັບໃຈຕໍ່ “ວັນບຸນໃຫຍ່ທົ່ວປະເທດ” ຂອງ ຫວຽດນາມ

2026/3/16 | 10:21:00
(VOVWORLD) - ການເລືອກຕັ້ງດຳເນີນໄປໃນສະພາບ ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ແລະ ສ້າງລະບົບນະໂຍບາຍໃຫ້ສົມບູນແບບແກ່ໄລຍະພັດທະນາໃໝ່.
ສື່ມວນຊົນສາກົນ ລ້ວນແຕ່ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ
(ພາບ: TTXVN)

        ວັນທີ 15 ມີນາ, ມີຫຼາຍສຳນັກຂ່າວສານ ແລະ ອົງການສື່ມວນຊົນສາກົນ ໄດ້ໃຫ້ຂ່າວກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ຂອງ ຫວຽດນາມ, ຖືນີ້ແມ່ນເຫດການການເມືອງສຳຄັນຖືດຳເນີນໄປພາຍຫຼັງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ແລະ ໃນສະພາບການ ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃນໄລຍະໃໝ່.

        ຕາມບົດຂຽນຂອງສຳນັກຂ່າວສານແຫ່ງຊາດ ມາເລເຊຍ (BERNAMA), ການເລືອກຕັ້ງດຳເນີນໄປໃນສະພາບ ຫວຽດນາມ ສືບຕໍ່ຊຸກຍູ້ບັນດາເປົ້າໝາຍພັດທະນາເສດຖະກິດ, ສັງຄົມ ແລະ ສ້າງລະບົບນະໂຍບາຍໃຫ້ສົມບູນແບບແກ່ໄລຍະພັດທະນາໃໝ່.

        ໜັງສືພິມ Nikkei Asia ຂອງ ຍີ່ປຸ່ນ ຕີລາຄາວ່າ ການເລືອກຕັ້ງແມ່ນໂອກາດເພື່ອໃຫ້ປະຊາຊົນເຂົ້າຮ່ວມເລືອກເອົາບັນດາຜູ້ຕາງໜ້າໃຫ້ແກ່ສຽງເວົ້າ ແລະ ຜົນປະໂຫຍດຂອງຕົນ.

        ວິທະຍຸ Sputnik (ລັດເຊຍ), ຊ່ອງໂທລະພາບສູນກາງ ຈີນ (CCTV), ສຳນັກຂ່າວສານ Prensa Latina ຂອງ ກຸຍບາ ແລະ ບັນດາສຳນັກຂ່າວສານຝ່າຍຕາເວັນຕົກ… ລ້ວນແຕ່ເນັ້ນໜັກວ່າ ນີ້ແມ່ນເຫດການການເມືອງສຳຄັນຂອງ ຫວຽດນາມ, ພ້ອມກັນນັ້ນ ສົ່ງສານກ່ຽວກັບ “ວັນບຸນໃຫຍ່ທົ່ວປະເທດ” ຂອງ ຫວຽດນາມ, ໃນນັ້ນ ໃຫ້ຂໍ້ສັງເກດວ່າ ການເລືອກຕັ້ງຄັ້ງນີ້ມີການປ່ຽນແປງໃໝ່ຫຼາຍຢ່າງ, ສ່ອງແສງການປັບປຸງໃນວຽກງານການຈັດຕັ້ງ ແລະ ວິທີການຜັນຂະຫຍາຍ.

TAG
VOV/VOVworld/ພັດ​ທະ​ນາ/​ເສດ​ຖະ​ກິດ/ສັງ​ຄົມ/​ລະ​ບົບ​/ນະ​ໂຍ​ບາຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ