logo

ສ້າງ​ກອບ​ຮ່ວມ​ມືກ່ຽວ​ກັບ​ມໍ​ລະ​ດົກ​ຂ້າມ​ຊາຍ​ແດນ

2025/9/16 | 11:30:00
(VOVWORLD) - ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ.
ການນຳຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ກ່າວຄຳເຫັນທີ່ກອງປະຊຸມສຳມະນາ (ພາບ: baoquangtri.vn)

ຕອນເຊົ້າວັນທີ 16 ກັນຍາ, ຢູ່ຕາແສງ ດົ່ງເຫີຍ (ແຂວງ ກວ໋າງຈິ, ຫວຽດນາມ) ຄະນະຄຸ້ມຄອງປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ ໄດ້ສົມທົບກັບພະແນກກະສິກຳ-ປ່າໄມ້ ແຂວງ ຄຳມ່ວນ (ລາວ), ໂຄງການປ້ອງກັນ ແລະ ນຳໃຊ້ລະບົບນິເວດປ່າ ແລະ ຊີວະນາໆພັນ (ProFEB) ແບບຍືນຍົງ, ໄດ້ຈັດກອງປະຊຸມສໍາມະນາສາກົນຄັ້ງທີ 2 ກ່ຽວກັບການ “ສ້າງກອບຮ່ວມມື ມໍລະດົກຂ້າມຊາຍແດນປ່າສະຫງວນແຫ່ງຊາດ ຟອງຍາ - ແກ໋ບ່າງ (ຫວຽດນາມ) ກັບ ອຸທິຍານແຫ່ງຊາດ ຫີນໜາມໜໍ່ (ລາວ). ກອງປະຊຸມສໍາມະນາ ແນໃສ່ຫັນບັນດາເປົ້າໝາຍທີ່ບັນລຸໄດ້ໃນກອງປະຊຸມຄັ້ງທີ 1 ຢູ່ ທ່າແຂກ (ຄຳມ່ວນ, ລາວ) ກ່ຽວກັບວິໄສທັດລວມ ແລະ 8 ເປົ້າໝາຍຮ່ວມມືຄຸ້ມຄອງຮອດປີ 2050 ໃຫ້ປະກົດຜົນເປັນຈິງ. ໃນນັ້ນ, ມີບັນດາການເຄື່ອນໄວອະນຸລັກຮັກສາຊີວະນາໆພັນ, ຄົ້ນຄວ້າວິທະຍາສາດ, ພັດທະນາການທ່ອງທ່ຽວນິເວດ, ຍົກສູງຄ່າຄອງຊີບຂອງວົງຄະນະຍາດ ແລະ ບໍລິຫານມໍລະດົກຂ້າມຊາຍແດນ; ຜ່ານນັ້ນ, ປະກອບສ່ວນຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກລວມໃຫ້ແກ່ລຸ້ນຄົນປັດຈຸບັນ ແລະ ລຸ້ນຕໍ່ໆໄປ.

        ໃນລະຫວ່າງວັນທີ 15 – 19 ກັນຍາ, ສອງຝ່າຍຈະຍົກອອກການວິເຄາະ, ຂໍ້ສະເໜີແນະທີ່ກ່ຽວຂ້ອງເຖິງວິໄສທັດໄລຍະກາງ ແລະ ໄລຍະຍາວ ແລະ ບັນດາເປົ້າໝາຍຮ່ວມມືຄຸ້ມຄອງ. ບັນດາຂໍ້ສະເໜີກໍເນັ້ນໜັກເຖິງເປົ້າໝາຍປົກປັກຮັກສາມໍລະດົກຂ້າມຊາຍແດນ, ພັດທະນາການທ່ອງທ່ຽວຊຸມຊົນຕິດພັນກັບວັດທະນະທຳ ແລະ ການຮັກສາວິທີຫາເງິນລ້ຽງຊີບແບບຍືນຍົງ.

TAG
VOV/VOVworld/ຟອງຍາ - ແກ໋ບ່າງ/ອຸທິຍານແຫ່ງຊາດ ຫີນໜາມໜໍ່/ມໍ​ລະ​ດົກ​ຂ້າມ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ