logo

ຫວນຄືນໄລຍະທາງປະຫວັດສາດແຫ່ງການປະຕິວັດ ຫວຽດນາມ ຕິດພັນກັບສາຍພົວພັນແບບພິເສດ ຫວຽດນາມ - ລາວ

2025/8/28 | 11:45:10
(VOVWORLD) - ວັນທີ 02 ກັນຍາ 1945 ແມ່ນວັນສຳຄັນຍິ່ງ, ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບປະເທດ ຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບປະເທດ ລາວ ອີກດ້ວຍ
(ບັນດາຜູ້ແທນເຂົ້າຮ່ວມງານວາງສະແດງ)

        ຕອນເຊົ້າວັນທີ 28 ສິງຫາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ກະຊວງປ້ອງກັນປະເທດ ລາວ ໄດ້ຈັດການໂອ້ລົມສົນທະນາຫົວເລື່ອງສະເພາະ ເນື່ອງໃນໂອກາດສະເຫຼີມສະຫຼອງ 80 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນສະຖາປະນາປະເທດ ສສ.ຫວຽດນາມ (02 ກັນຍາ 1945 – 02 ກັນຍາ 2025).

        ກ່າວຄຳເຫັນທີ່ເຫດການ, ທ່ານ ທອງລອຍ ສິລິວົງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ຢືນຢັນວ່າ, ວັນທີ 02 ກັນຍາ 1945 ແມ່ນວັນສຳຄັນຍິ່ງ, ມີຄວາມໝາຍປະຫວັດສາດອັນໃຫຍ່ຫຼວງ ບໍ່ພຽງແຕ່ສຳລັບປະເທດ ຫວຽດນາມ ເທົ່ານັ້ນ, ຫາກຍັງສຳລັບປະເທດ ລາວ ອີກດ້ວຍ; ທ່ານເນັ້ນໜັກວ່າ, ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ບັນດາເຜົ່າ ມີຄວາມເອກອ້າງທະນົງໃຈເມື່ອເຫັນປະຈັກຕາ 80 ປີຜ່ານມາ, ບັນດາຜົນງານອັນໃຫຍ່ຫຼວງໃນພາລະກິດປົດປ່ອຍຊາດ ກໍຄືໃນພາລະກິດປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ ໄດ້ເຮັດໃຫ້ ຫວຽດນາມ ມີສະຖານະການການເມືອງທ່ີມີສະຖຽນລະພາບ, ເສດຖະກິດບັນລຸລະດັບເຕີບໂຕຢ່າງບໍ່ຢຸດຢັ້ງ, ການປ້ອງກັນຊາດ ປ້ອງກັນຄວາມສະຫງົບນັບມື້ນັບໝັ້ນຄົງເຂັ້ມແຂງ, ທີ່ຕັ້ງຂອງ ຫວຽດນາມ ບົນເວທີສາກົນ ແລະ ພາກພື້ນນັບມື້ນັບໄດ້ຮັບການຍົກສູງຂຶ້ນ.

        ທ່ານຊີ້ແຈ້ງວ່າ, ພັກ, ລັດ, ກອງທັບ ແລະ ປະຊາຊົນ ລາວ ຍາມໃດກໍ່ມີຄວາມຮັບຮູ້ຢ່າງເລິກເຊິ່ງທີ່ວ່າ ໃນແຕ່ລະໄຊຊະນະໃນພາລະກິດການປະຕິວັດປົດປ່ອຍຊາດຂອງ ລາວ ເມື່ອກ່ອນນີ້ ແລະ ພາລະກິດປົກປັກຮັກສາ, ສ້າງສາປະເທດຊາດໃນປະຈຸບັນ, ລ້ວນແຕ່ມີຄວາມຕິດພັນກັບນ້ຳໃຈສາມັກຄີ, ການໜູນຊ່ວຍອັນລ້ຳຄ່າຂອງພັກ, ລັດ, ກອງທັບ ແລະ ປະຊາຊົນ ຫວຽດນາມ ອ້າຍນ້ອງ.

TAG
VOV/VOVworld/ສະ​ຖຽນ​ລະ​ພາບ/ເສດ​ຖະ​ກິດ/​ບັນ​ລຸ/​ລະ​ດັບ​/ເຕີບ​ໂຕ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ