logo

ຫວຽດນາມ ກະກຽມ​ໃຫ້​ກອງ​ປະຊຸ​ມລັດຖະມົນຕີ​ການ​ຕ່າງປະ​ເທດ ອາຊຽນ ຄັ້ງ​ທີ 53

2020/8/6 | 11:13:47
(VOVWORLD) - ໃນບົດບາດເປັນປະທານ ອາຊຽນ 2020, ຫວຽດນາມພວມປະຕິບັດວຽກງານກະກຽມຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໃຫ້ສໍາເລັດໃນເຄິ່ງຕົ້ນເດືອນກັນຍາ 2020.
 ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ທີ່ກອງປະຊຸມວົງແຄບລັດຖະມົນຕີການຕ່າງປະເທດ ອາຊຽນ ຢູ່ແຂວງ ແຄ໊ງຮວ່າ, ເມື່ອເດືອນ ມັງກອນ 2020

        ວັນທີ 06 ສິງຫາ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄໍາຖາມຂອງນັກຂ່າວທີ່ສະເໜີໃຫ້ຮູ້ກ່ຽວກັບວັນເວລາຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນຄັ້ງທີ 53 (AMM – 53) ແລະ ບັນດາກອງປະຊຸມຕ່າງໆທີ່ກ່ຽວຂ້ອງ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໃຫ້ຮູ້ວ່າ:

        ໃນບົດບາດເປັນປະທານ ອາຊຽນ 2020, ຫວຽດນາມພວມປະຕິບັດວຽກງານກະກຽມຈັດຕັ້ງກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 53 ແລະ ກອງປະຊຸມທີ່ກ່ຽວຂ້ອງ ໃຫ້ສໍາເລັດໃນເຄິ່ງຕົ້ນເດືອນກັນຍາ 2020. ຂໍ້ມູນລະອຽດກ່ຽວກັບການຈັດຕັ້ງກອງປະຊຸມດັ່ງກ່າວ ຈະສືບຕໍ່ອັດເດດໃນໄລຍະຈະມາເຖິງ.

        ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ແມ່ນບັນດາກອງປະຊຸມທີ່ສໍາຄັນໃນປີເປັນປະທານ ອາຊຽນ, ໃນສະພາບການໂລກລະບາດໂຄວິດ - 19 ໃນພາກພື້ນ ແລະ ໂລກພວມມີການຜັນແປຢ່າງສັບສົນນັ້ນ. ຫວຽດນາມຈະປຶກສາຫາລືກັບບັນດາປະເທດ ອາຊຽນ ແລະ ບັນດາຄູ່ຮ່ວມມືເພື່ອປະຕິບັດວຽກງານກະກຽມ ຈັດຕັ້ງກອງປະຊຸມໃຫ້ເໝາະສົມກັບສະພາບການ. 

TAG
VOV/VOVworld/ກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ/ກະກຽມ/ຈັດຕັ້ງ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ