ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ເປັນປະທານພິທີຕ້ອນຮັບຄະນະຜູ້ແທນຈີນ ໂດຍທ່ານພົນໂທ ຕຸງຈີນ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ເປັນຫວົໜ້າຄະນະ (ພາບ: VOV5) |
ການພົບປະແລກປ່ຽນແມ່ນເພື່ອແນໃສ່ປະກອບສ່ວນຫັນຄວາມຮັບຮູ້ລວມຂອງການນຳຂັ້ນສູງສອງພັກ, ສອງລັດ ກ່ຽວກັບການສືບຕໍ່ຊຸກຍູ້ການພົວພັນຮ່ວມມືດ້ານປ້ອງກັນຊາດເປັນລະອຽດ ໃຫ້ນັບມື້ນັບແທດຈິງກວ່າ. ເພີ່ມທະວີນ້ຳໃຈມິດຕະພາບ, ຄວາມສາມັກຄີ, ຊຸກຍູ້ການຮ່ວມມືຢ່າງແທ້ຈິງລະຫວ່າງກຳລັງປ້ອງກັນຊາດແດນ, ອຳນາດການປົກຄອງທ້ອງຖິ່ນ ແລະ ປະຊາຊົນເຂດຊາຍແດນສອງປະເທດ, ກໍ່ຄືການພົວພັນລະຫວ່າງກອງທັບສອງປະເທດ ຫວຽດນາມ - ຈີນ, ປະກອບສ່ວນສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ.
ການລົງຢ້ຽມຢາມໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ ຂອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ແລະ ລັດຖະມົນຕີກະຊວງປ້ອງກັນປະເທດ ຈີນ ໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງການນຳກະຊວງປ້ອງກັນປະເທດສອງປະເທດ ຕໍ່ຄົນລຸ້ນໜຸ່ມ - ລຸ້ນອະນາຄົດ ເພື່ອຈະເປັນການສືບຕໍ່ນ້ຳໃຈມິດຕະພາບອັນຍືນຍົງ ແລະ ການຮ່ວມມືອັນຍາວນານລະຫວ່າງສອງຊາດ. ກ່າວຄຳເຫັນທີ່ເຫດການ, ຄູ ມາຍຮວ່າງເລິມ, ຮອງຜູ້ອຳນວຍການຮັບຜິດຊອບໂຮງຮຽນມັດທະຍົມຕອນປາຍ ເຈິ່ນຝູ ຢັ້ງຢືນວ່າ:
ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສອງປະເທດແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ສຳລັບຄູສອນ ແລະ ນັກຮຽນໂຮງຮຽນ. ພວກຂ້າພະເຈົ້າຂໍສັນຍານ ຈະປ່ຽນແປງໃໝ່ ແລະ ຍົກສູງຄຸນນະພາບການສຶກສາຢ່າງບໍ່ຢຸດຢັ້ງ. ພ້ອມທັງກັນນັ້ນ ກໍ່ຈະສຶກສານັກຮຽນໃຫ້ກາຍເປັນພົນລະເມືອງທີ່ມີພູມປັນຍາ, ມີຄວາມຮັບຜິດຊອບ ແລະ ແມ່ນນັກການທູດທີ່ຕັ້ງໜ້າປະກອບສ່ວນຮັກສາ, ພັດທະນານ້ຳໃຈມິດຕະພາບ ຫວຽດນາມ - ຈີນ.




