logo

ຫວຽດນາມ ຊົມເຊີຍເລື່ອງສະມັດຊາໃຫຍ່ ສປຊ ຮັບຮອງເອົາມະຕິຮຽກຮ້ອງໃຫ້ຍົກເລີກຄຳສັ່ງຂວ້ຳບາດກູບາ

2018/11/8 | 10:58:04
(VOVWORLD) - ສ່ວນທັດສະນະຂອງ ຫວຽດນາມ ກ່ຽວກັບຜົນຂອງການເລືອກຕັ້ງກາງສະໄໝຢູ່ ອາເມລິກາ ຫວ່າງແລ້ວນີ້, ທ່ານນາງເລທິທູຮັ່ງ ກໍ່ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ
ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ 

ວັນທີ 8 ພະຈິກ, ທີ່ການຖະແຫຼງຂ່າວນັດສາມັນຂອງກະຊວງການຕ່າງປະເທດ ຫວຽດນາມ, ເມື່ອຕອບຄຳຖາມຕໍ່ນັກຂ່າວກ່ຽວກັບປະຕິກິລິຍາຂອງ ຫວຽດນາມ ຕໍ່ເລື່ອງ, ຫວ່າງແລ້ວນີ້, ອາເມລິກາ ໄດ້ປະກາດຈັດວາງຄຳສັ່ງລົງໂທດໃໝ່ສຳລັບ ກູບາ, ທ່ານນາງ ເລທິທູຮັ່ງ, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ, ຊີ້ແຈ້ງວ່າ:

        “ຫວຽດນາມ ຊົມເຊີຍເລື່ອງສະມັດຊາໃຫຍ່ ສປຊ ຫາກໍ່ຮັບຮອງເອົາມະຕິຮຽກຮ້ອງໃຫ້ຍົກເລີກຄຳສັ່ງຂວ້ຳບາດຕໍ່ກູບາ. ຫວຽດນາມ ຖືວ່າ ເລື່ອງສືບຕໍ່ຮັກສາຄຳສັ່ງຂວ້ຳບາດຕໍ່ກູບາແມ່ນບໍ່ເໝາະສົມ, ຄວນໄດ້ຮັບການຍົກເລີກທັງໝົດ, ຕອບສະໜອງຄວາມມຸ່ງມາດປາດຖະໜາ ແລະ ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນ ກູບາ, ປະກອບສ່ວນສຳຄັນເຂົ້າໃນການພັດທະນາ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະວີບ ອາເມລິກາ.”

        ສ່ວນທັດສະນະຂອງ ຫວຽດນາມ ກ່ຽວກັບຜົນຂອງການເລືອກຕັ້ງກາງສະໄໝຢູ່ ອາເມລິກາ ຫວ່າງແລ້ວນີ້, ທ່ານນາງເລທິທູຮັ່ງ ກໍ່ເນັ້ນໜັກວ່າ ຫວຽດນາມ ປາດຖະໜາຢາກໃຫ້ການພົວພັນຄູ່ຮ່ວມມືຮອບດ້ານ ຫວຽດນາມ - ອາເມລິກາ ສືບຕໍ່ພັດທະນາແທດຈິງ, ມີປະສິດທິຜົນກ່ວາອີກ, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບຢູ່ ອາຊີ - ປາຊີຟິກ ແລະ ຢູ່ໃນໂລກ.

TAG
VOV/VOVworld/ການ​ຮ່ວມ​ມື/ທະ​ເລ​ຕາ​ເວັນ​ອອກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ