logo

ຫວຽດນາມ ຍາມໃດກໍ່ຢັ້ງຢືນອະທິປະໄຕສຳລັບໝູ່ເກາະ ຮ່ວາງຊາ

2019/6/27 | 07:44:04
(VOVWORLD) - “ຫວຽດນາມ ຍັງບໍ່ມີການປ່ຽນແປງຈັກເທື່ອຕໍ່ການຢັ້ງຢືນອະທິປະໄຕຂອງຕົນຢູ່ໝູ່ເກາະ ຮ່ວາງຊາ . ການຕໍ່ສູ້ຄືແນວໃດ ຈະແມ່ນວິວັດການດ້ວຍມາດຕະການສັນຕິພາບ, ທາງການທູດ ແລະ ນິຕິກຳ”. 

ນີ້ແມ່ນຄຳຢືນຢັນຂອງທ່ານ ເຈືອງກວາງເຫງັຍ, ເລຂາຄະນະພັກນະຄອນ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດນະຄອນ ດ່າໜັງ ທີ່ການພົບປະກັບຜູ້ມີສິດເລືອກຕັ້ງກ່ວາ 1.000 ຄົນຢູ່ເມືອງ ຫ໋າຍເຈົາ, ແທັງເຄ ແລະ ເຊີນຈ່າ ໃນວັນທີ 26 ມິຖຸນາ.

 ທີ່ການພົບປະກັບຜູ້ມີສິດເລືອກຕັ້ງ

        ເມື່ອເຕື້ອງເຖິງຄວາມວິຕົກກັງວົນຂອງຜູ້ມີສິດເລືອກຕັ້ງກ່ຽວກັບບົດບາດທີ່ຕັ້ງຂອງນະຄອນ ດ່າໜັງ ແລະ ຫຼັກໝັ້ນຂອງ ຫວຽດນາມ ກ່ຽວກັບອະທິປະໄຕສຳລັບໝູ່ເກາະຮ່ວາງຊາ, ທ່ານ ເຈືອງກວາງເຫງັຍ ຢືນຢັນວ່າ: ຫວຽດນາມ ຍາມໃດກໍ່ຢັ້ງຢືນອະທິປະໄຕຂອງຕົນຢູ່ໝູ່ເກາະ ຮ່ວາງຊາ. ທ່ານກ່າວວ່າ:

        “ຍາມໃດພວມເຮົາກໍ່ຢັ້ງຢືນອະທິປະໄຕຂອງ ຫວຽດນາມ ຢູ່ໝູ່ເກາະ ຮ່ວາງຊາ. ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວຂອງນະຄອນ ດ່າໜັງ ໄດ້ສະແດງໃຫ້ເຫັນຄວາມຮັບຜິດຊອບຂອງຕົນແມ່ນຈະແຈ້ງທີ່ສຸດ. ນັບແຕ່ເລື່ອງພວກເຮົາມີອຳນາດການປົກຄອງ, ເຈົ້າເມືອງເກາະ ຮ່ວາງຊາ. ພວກເຮົາມີຫໍວາງສະແດງ ຮ່ວາງຊາ, ຢູ່ໃນນັ້ນ, ມີພະຍານຫຼັກຖານປະຫວັດສາດຫລາຍຢ່າງ, ມີທັງບັນດາວັດຖຸພັນໃນວິວັດການຕໍ່ສູ້ຂອງພວກເຮົາ.

TAG
VOV/VOVworld/ຫວຽດນາມ/ອະທິປະໄຕ/ໝູ່ເກາະ/ຮ່ວາງຊາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ