logo

ຫວຽດ​ນາມ ປຶກ​ສາ​ຫາ​ລື​ກ່ຽວ​ກັບ​​ກອງ​ປະ​ຊຸມສຳຫຼວດກວດ​ກາ ສົນ​ທິ​ສັນ​ຍາ​ບໍ່​ເຜີຍ​ແຜ່​ອາ​ວຸດ​ນິ​ວ​ເຄຼຍຄັ້ງ​ທີ 11

2026/3/12 | 08:05:55
(VOVWORLD) - ຢູ່ບັນດາການພົບປະ, ຜູ້ຕາງໜ້າບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມໄດ້ດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດກາ NPT ປີ 2026.
ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ກ່າວຄຳເຫັນທີ່ກອງປະຊຸມ
(ພາບ: TTXVN)

ແຕ່ວັນທີ 9 – 10 ມີນາ, ທ່ານເອກອັກຄະລັດຖະທູດ ໂດຮຸ່ງຫວຽດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ຢູ່ນິວຢອກ, ໃນຖານະຕຳແໜ່ງເປັນປະທານໄດ້ຮັບການບົງຕົວຂອງ ສະພາສຳຫຼວດກວດກາສົນທິສັນຍາບໍ່ເຜີຍແຜ່ອາວຸດນິວເຄຼຍ (NPT) ຄັ້ງທີ 11, ໄດ້ເປັນປະທານບັນດາການເຄື່ອນໄຫວປຶກສາຫາລືກັບກຸ່ມພາກພື້ນ ແລະ ບັນດາປະເທດສະມາຊິກຢູ່ ບັນດາອົງການຂອງ ສປຊ ປະຈຳເຊີແນວ (ສະວິດ).

ຢູ່ບັນດາການພົບປະ, ຜູ້ຕາງໜ້າບັນດາປະເທດ ແລະ ອົງການຈັດຕັ້ງສາກົນ ໄດ້ສະແດງຄວາມຊົມເຊີຍຕໍ່ເລື່ອງ ຫວຽດນາມໄດ້ດຳລົງບົດບາດເປັນປະທານກອງປະຊຸມສຳຫຼວດກວດກາ NPT ປີ 2026, ພິເສດໃນສະພາບການຄວາມໝັ້ນຄົງສາກົນ ພວມມີການຜັນແປທີ່ສັບສົນ. ມີຫຼາຍປະເທດຮຽກຮ້ອງໃຫ້ ຫວຽດນາມ ໃນຖານະເປັນປະທານກອງປະຊຸມ ຈະເຂົ້າເຖິງກັບບັນຫາຕາມທິດດຸນດ່ຽງ, ສ້າງສັນ ແລະ ແທດຈິງ, ພ້ອມທັງຢັ້ງຢືນຈະສືບຕໍ່ປະສານສົມທົບກັບປະທານຢ່າງແໜ້ນແຟ້ນ ເພື່ອແນໃສ່ມຸ່ງໄປເຖິງໝາກຜົນທີ່ແທ້ຈິງ ຢູ່ກອງປະຊຸມ. ບັນດາປະເທດສະມາຊິກກໍ່ຢັ້ງຢືນຄືນໃໝ່ຄຸນຄ່າຂອງສົນທິສັນຍາ ແລະ ວິວັດການສຳຫຼວດກວດກາ NPT ໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ ແລະ ການຊຸກຍູ້ການພັດທະນາແບບຍືນຍົງ.

TAG
VOV/VOVworld/ຫວຽດ​ນາມ/ສົນ​ທິ​ສັນ​ຍາ/​ເຜີຍ​ແຜ່​ອາ​ວຸດ​ນິ​ວ​ເຄຼຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ