logo

ຫວຽດນາມສະຫນັບສະຫນູນວິວັດການປອດນິວເຄຼຍຢູ່ແຫລມເກົາຫລີ

2018/3/22 | 12:24:00

(VOVWORLD) -ວັນທີ 22 ມີນາ ທີ່ກອງປະຊຸມຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ, ເມື່ອຕອບຄຳຖາມສະເຫນີໃຫ້ຮູ້ທັດສະນະຂອງຫວຽດນາມ ກ່ຽວກັບການພົບປະຄັ້ງສຸດຍອດລະຫວ່າງການນຳ ອາເມລິກາ ແລະ ການນຳ ສປປ ເກົາຫລີ ໃນເດືອນພຶດສະພາຈະມາເຖິງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ທ່ານນາງເລທິທູຮັ່ງ ຊີ້ແຈ້ງວ່າ:

ທ່ານນາງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ເລທິທູຮັ່ງ

“ຫວຽດນາມສະຫນັບສະຫນູນຄວາມມານພະຍາຍາມມີລັກສະນະສ້າງສັນ ໃນການແກ້ໄຂທຸກຄວາມບໍ່ລົງລອຍກັນຜ່ານການເຈລະຈາໂດຍສັນຕິ, ປະກອບສ່ວນຢ່າງຕັ້ງຫນ້າເຂົ້າໃນສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຂອງແຫລມເກົາຫລີ ເວົ້າສະເພາະ, ໃນໂລກເວົ້າລວມ. ຫວຽດນາມ ກໍ່ພ້ອມແລ້ວປະກອບສ່ວນຕັ້ງຫນ້າເຂົ້າໃນການຊຸກຍູ້ການເຈລະຈາ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບໃນແຫລມເກົາຫລີ.”

ໂດຍຕອບຄຳຖາມກ່ຽວກັບປະຕິກິລິຍາຂອງຫວຽດນາມ ກ່ອນທີ່ ກະຊວງກະສິກຳຈີນ ຫວ່າງແລ້ວນີ້ ໄດ້ປະກາດ ດັດແກ້ຂໍ້ກຳນົດກົດລະບຽບ ຢຸດຕິການຫາປາຢູ່ທະເລ ລວມມີ ເຂດທະເລບາງແຫ່ງຂອງຫວຽດນາມ ມີຜົນສັກສິດ ນັບແຕ່ວັນທີ 1 ພຶດສະພາປີ 2018, ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ທ່ານນາງ ເລທິທູຮັ່ງ ອີກຄັ້ງຫນຶ່ງໄດ້ເນັ້ນຫນັກວ່າ:

        “ ຂໍ້ກຳນົດກົດລະບຽບນີ້ ແມ່ນລ່ວງລະເມີດອະທິດປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ລະເມີດບັນດາສິດ ແລະ ຜົນປະໂຫຍດດ້ານນິຕິກຳຂອງຫວຽດນາມຢູ່ບັນດາເຂດທະເລຂອງຕົນ, ລະເມີດກົດໝາຍສາກົນ ໃນນັ້ນມີສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ໄປຝືນກັບເນື້ອໃຈຈິດໃຈ ແລະ ຄຳຖະແຫລງການປະພຶດຂອງຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ໄປຝືນກັບຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານຊີ້ນຳການແກ້ໄຂບັນດາບັນຫາບົນທະເລ ຫວຽດນາມ - ຈີນ, ບໍ່ສອດຄ່ອງກັບຂໍ້ຕົກລົງສຳຄັນ ກ່ຽວກັບການຄວບຄຸມຄວາມບໍ່ລົງລອຍກັນບົນທະເລ ຊື່ງການນຳສອງປະເທດບັນລຸໄດ້, ບໍ່ມີຜົນປະໂຫຍດໃຫ້ແກ່ການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມືຢູ່ທະເລຕາເວັນອອກ ແລະ ທ່າອ່ຽງພັດທະນາອັນດີງາມຂອງການພົວພັນລະຫວ່າງສອງປະເທດ ກໍຄື ຄວາມມານະພະຍາຍາມຂອງບັນດາຝ່າຍໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ປະຈຸບັນ.”

TAG
VOV/VOVworld/​ການ​ຫາ​ປາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ