logo

ຫວຽດ​ນາມ - ອັງ​ໂກ​ລາ ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ

2026/3/17 | 06:42:42
(VOVWORLD) - ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຢ່າງມີປະສິດທິຜົນ, ພິເສດໃນບັນດາຂົງເຂດທີ່ມີທ່າແຮງ, ເຊັ່ນ: ການຄ້າ, ການລົງທຶນ, ກະສິກຳ, ການຂຸດຄົ້ນບໍ່ແຮ່ ແລະ ຄວາມໝັ້ນຄົງດ້ານພະລັງງານ, ນຳວົງເງິນການຄ້າສອງຝ່າຍຂຶ້ນລະດັບ 01 ຕື້ USD ໃນໄລຍະຈະມາເຖິງໂດຍໄວ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ບັນດາການນຳ ຫວຽດນາມ ສົນທະນາທາງໂທລະສັບກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ

ຕອນຄ່ຳວັນທີ 16 ມີນາ, ໃນການສົນທະນາທາງໂທລະສັບກັບທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງຕໍ່ໜ້າການຜັນແປຂອງບັນດາການປະທະກັນຢູ່ ຕາເວັນອອກກາງ ແລະ ສະເໜີໃຫ້ ອັງໂກລາ ໜູນຊ່ວຍນ້ຳມັນດິບ ແລະ ເຊື້ອເພີງໃຫ້ແກ່ ຫວຽດນາມຕື່ມອີກ, ສົມທົບກັນຊຸກຍູ້ການຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈໃນຂົງເຂດນ້ຳມັນອາຍແກັດລະຫວ່າງບໍລິສັດໃຫຍ່ ສຳຫຼວດ ແລະ ຂຸດຄົ້ນນ້ຳມັນອາຍແກັດ ຫວຽດນາມ ແລະ ບໍລິສັດສຳຫຼວດ, ຂຸດຄົ້ນນ້ຳມັນອາຍແກັດ ອັງໂກລາ (Sonangol E&P) ກໍຄືການເຄື່ອນໄຫວຂຸດຄົ້ນນ້ຳມັນອາຍແກັດຂອງກຸ່ມບໍລິສັດ ຊວັນທ້ຽນ ໂດຍໄວ.

ທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ

ກ່ຽວກັບການພົວພັນສອງຝ່າຍ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສອງປະເທດຕ້ອງສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງຢ່າງມີປະສິດທິຜົນ, ພິເສດໃນບັນດາຂົງເຂດທີ່ມີທ່າແຮງ, ເຊັ່ນ: ການຄ້າ, ການລົງທຶນ, ກະສິກຳ, ການຂຸດຄົ້ນບໍ່ແຮ່ ແລະ ຄວາມໝັ້ນຄົງດ້ານພະລັງງານ, ນຳວົງເງິນການຄ້າສອງຝ່າຍຂຶ້ນລະດັບ 01 ຕື້ USD ໃນໄລຍະຈະມາເຖິງໂດຍໄວ. ທ່ານນາຍົກລັດຖະມົນຕີ ອັງໂກລາ ຕັ້ງໜ້າສະໜັບສະໜູນ ຫວຽດນາມ ເພີ່ມທະວີການພົວພັນກັບ ສະຫະພາບເອີຣົບ (AU), ພິເສດໃນບັນດາຂົງເຂດບຸລິມະສິດ: ຮັກສາສັນຕິພາບ, ກະສິກຳ, ສາທາລະນະສຸກ, ການສຶກສາ, ການຫັນເປັນດີຈີຕອນ.

ສ່ວນທ່ານ João Manuel Gonçalves Lourenço ປະທານາທິບໍດີ ສ.ອັງໂກລາ ຢັ້ງຢືນວ່າ ຍາມໃດກໍຕີລາຄາສູງສາຍພົວພັນມິດຕະພາບອັນດີງາມກັບ ຫວຽດນາມ, ພ້ອມແລ້ວທີ່ຈະຮັບຟັງ, ຊຸກຍູ້ໂອກາດຮ່ວມມືລະຫວ່າງສອງພື້ນຖານເສດຖະກິດ; ພ້ອມທັງປາດຖະໜາວ່າ ສອງປະເທດຈະສືບຕໍ່ຊຸກຍູ້ການຮ່ວມມືແລກປ່ຽນຄະນະຜູ້ແທນລະຫວ່າງ ລັດຖະບານ ແລະ ບັນດາວິສາຫະກິດຂອງສອງຝ່າຍ. ແບ່ງປັນກ່ຽວກັບສະພາບການປະທະກັນຢູ່ພາກພື້ນຕາເວັນອອກກາງ ໃນປັດຈຸບັນ, ທ່ານປະທານາທິບໍດີ ອັງໂກລາ ຖືວ່າ ບັນດາປະເທດຖືກຜົນສະທ້ອນນັ້ນ ຕ້ອງມີການແລກປ່ຽນ, ສົມທົບກັນເພື່ອຫຼຸດຜ່ອນຜົນກະທົບອັນຫຍໍ້ທໍ້ ຍ້ອນການປະທະກັນນຳມາໃຫ້.

TAG
VOV/VOVworld/ສະຫະພາບເອີຣົບ/ປະທານາທິບໍດີ ສ.ອັງໂກລາ/​ຂົງ​ເຂດ​ພະ​ລັງ​ງານ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ