logo

ຫວຽດ​ນາມ ເລື່ອນ​ຂຶ້ນ​ຕິດ​ກຸ່ມ​ແຖວ​ໜ້າ​ອະ​ສັງ​ຫາ​ລິ​ມະ​ຊັບ​ຫຼູຫຼາ​ທົ່ວ​ໂລກ

2026/3/18 | 10:04:00
(VOVWORLD) -      ວັນທີ 17 ມີນາ, ວາລະສານເສດຖະກິດ - ການເງິນ Le Revenu (ຝລັ່ງ) ໃຫ້ຮູ້ວ່າ ຫວຽດນາມ ພວມພົ້ນເດັ່ນຂຶ້ນ ເປັນໜຶ່ງໃນບັນດາຕະຫຼາດພັດທະນາຢ່າງຂະຫຍັນຂັນເຄື່ອນທີ່ສຸດໃນໂລກ ໃນຂົງເຂດອະສັງຫາລິມະຊັບຫຼູຫຼາ.
ບົດຂຽນໄດ້ເອົາລົງໃນວາລະສານເສດຖະກິດ - ການເງິນ Le Revenu (ຝລັ່ງ) ໃນວັນທີ 17/3
(ພາບ: TTXVN)

ວາລະສານດັ່ງກ່າວໄດ້ຄັດສະເໜີບົດລາຍງານ “Branded Residences 2025–2026”  ຂອງກຸ່ມບໍລິສັດທີ່ປຶກສາອະສັງຫາລະມະຊັບ Savills, ວາລະສານດັ່ງກ່າວໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ມີຫຼາຍກວ່າ 50 ໂຄງການອະຊັງຫາລິມະຊັບຫຼູຫຼາ ຕິດພັນກັບ 34 ເຄື່ອງໝາຍການຄ້າສາກົນ, ຜ່ານນັ້ນ ກໍ່ເລື່ອນຂຶ້ນລະດັບທີ 4 ທົ່ວໂລກກ່ຽວກັບຈຳນວນໂຄງການ, ພຽງແຕ່ຖັດຈາກ ອາເມລິກາ, ອາຣັບບິ ຊະອຸດິ ແລະ ເມັກຊີໂກ.

        ຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ຫວຽດນາມ ພວມກວມເອົາທ່າແຮງຢ່າງຈະແຈ້ງ. ຕົວເລກໂດຍບໍລິສັດທີ່ປຶກສາໂຮງແຮມ C9 Hotelworks  ໃຫ້ຮູ້ວ່າ ປັດຈຸບັນ ຫວຽດນາມ ກວມເອົາເຖິງ 41% ຈຳນວນໂຄງການອະສັງຫາລິມະຊັບຫຼູຫຼາທີ່ພວມໄດ້ຮັບການກໍ່ສ້າງຢູ່ ອາຊີ, ເຊິ່ງເປັນອັດຕາສູງສຸດໃນພາກພື້ນ.



TAG
VOV/VOVworld/​ອະ​ສັງ​ຫາ​ລິ​ມະ​ຊັບ​ຫຼູຫຼາ​ທົ່ວ​ໂລກ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ