logo

ອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດ ສສຊ ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ບັນລຸ 99,68%

2026/3/16 | 10:18:35
(VOVWORLD) - ຢູ່ບັນດາແຂວງເຂດ ໄຕບັກ, ຄື: ລາຍເຈົາ, ເຊີນລາ, ດ້ຽນບຽນ, ລາວກາຍ ແລະ ຕວຽນກວາງ ໄດ້ປະຕິບັດສຳເລັດການເລືອກຕັ້ງ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຢ່າງສູງ.
(ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນກວ່າ 76 ລ້ານຄົນ, ບັນລຸ 99,68%)

        ກະຊວງພາຍໃນໃຫ້ຮູ້ວ່າ ການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ອາຍຸການ 2026 – 2031 ໄດ້ສິ້ນສຸດລົງໃນເວລາ 21 ໂມງຂອງວັນທີ 15 ມີນາ. ຕົວເລກອັບເດັດຮອດເວລາ 23 ໂມງ 23 ນາທີຂອງວັນທີ 15 ມີນາ ໃນລະບົບຊອບແວຂອງສະພາເລືອກຕັ້ງແຫ່ງຊາດຊີ້ໃຫ້ເຫັນວ່າ ຈຳນວນຜູ້ມີສິດເລືອກຕັ້ງໄປປ່ອນບັດເລືອກຕັ້ງແມ່ນກວ່າ 76 ລ້ານຄົນ, ບັນລຸ 99,68%. ມີ 4/34 ແຂວງ, ນະຄອນມີອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດສູງສຸດໃນທົ່ວປະເທດແມ່ນ ລາວກາຍ, ເຫ້ວ, ຕວຽນກວາງ ແລະ ວິງລອງ. ທັງໝົດ 34 ແຂວງ, ນະຄອນບັນລຸອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດກວ່າ 99%.

        ຢູ່ບັນດາແຂວງເຂດ ໄຕບັກ, ຄື: ລາຍເຈົາ, ເຊີນລາ, ດ້ຽນບຽນ, ລາວກາຍ ແລະ ຕວຽນກວາງ ໄດ້ປະຕິບັດສຳເລັດການເລືອກຕັ້ງ ດ້ວຍອັດຕາຜູ້ມີສິດເລືອກຕັ້ງໄປປ່ອນບັດເປັນຢ່າງສູງ. ທ່ານ ຈ້ຽວວັນເທືອງ, ຜູ້ມີສິດເລືອກຕັ້ງຕາແສງ ເລິມເທື້ອງ, ແຂວງ ລາວກາຍ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອເຂົ້າຮ່ວມການເລືອກຕັ້ງ. ຂ້າພະເຈົ້າກໍ່ຕັ້ງຄວາມຫວັງວ່າ ບັນດາຜູ້ສະໝັກຮັບເລືອກຕັ້ງເມື່ອໄດ້ຮັບການເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ ຈະນຳເອົາຄວາມສາມາດຢ່າງສຸດຂີດຂອງຕົນ, ຕອບສະໜອງຄວາມລໍຄອຍຂອງພໍ່ແມ່ປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃຫ້ເປັນຢ່າງດີທີ່ສຸດ”.

TAG
VOV/VOVworld/ຜູ້​ມີ​ສິດ​ເລື​ອກ​ຕັ້ງ/​ປ່ອນ​ບັດ/​ສູງ​ສຸດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ