logo

ອີ​ຢູ​ ກ່າວ​ເຕືອນ​ປະ​ຕິ​ກິ​ລິ​ຍາ​ຖ້າ ອາ​ເມ​ລິ​ກາ ລະ​ເມີດ​ຂໍ້​ຕົກ​ລົງ​ກ່ຽວ​ກັບພ​າ​ສີ​ອາ​ກອນ

2026/3/13 | 09:01:12
(VOVWORLD) - ສະຫະພາບເອີີຣົບ (EU) ຈະ “ມີປະຕິກິລິຍາຢ່າງແຮງ ແລະ ສົມຄວນ” ຖ້າ ອາເມລິກາ ລະເມີດບັນດາຄຳໝັ້ສັນຍາໃນຂໍ້ຕົກລົງພາສີອາກອນສອງຝ່າຍ. 
ທ່າກ່ຳປັ່ນ Los Angeles ຢູ່ Long Beach, California, ອາເມລິກາ ໃນວັນທີ 10/3/2026 (ພາບ: REUTERS/Caroline Brehman)

ຖະແຫຼງການດັ່ງກ່າວໂດຍທ່ານ Olof Gill, ໂຄສົກຮັບຜິດຊອບບັນດາບັນຫາການຄ້າຂອງຄະນະກຳມະການເອີຣົບ (EC) ຍົກອອກມາ ໃນວັນທີ 12 ມີນາ, ພາຍຫຼັງທີ່ອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ປະກາດເປີດການກວດກາຄັ້ງໃໝ່ກ່ຽວກັບການຄ້າທົ່ວໂລກ. EU ມີຄວາມວິຕົກກັງວົນຕໍ່ເລື່ອງ ອາເມລິກາ ດຳເນີນບັນດາບັ້ນກວດກາຕາມມາດຕາ 301 ຂອງກົດໝາຍວ່າດ້ວຍການຄ້າຂອງປະເທດນີ້ ອາດຈະສົ່ງຜົນກະທົບຕໍ່ຂໍ້ຕົກລົງພາສີອາກອນ ເຊິ່ງສອງຝ່າຍບັນລຸໄດ້ເມື່ອປີກາຍ ທີ່ກ່ຽວຂ້ອງເຖິງການສ້າງຂອບຂໍ້ຕົກລົງການຄ້າ ແລະ ການລົງທຶນຂ້າມອັດລັງຕິກ.

        ຄາດວ່າ ໃນອາທິດໜ້າ, ບັນດາສະມາຊິກລັດຖະສະພາໃນກຳມາທິການການຄ້າຂອງ ລັດຖະສະພາເອີຣົບ (EP) ຈະພິຈາລະນາການຮັບຮອງເອົາຂໍ້ສະເໜີຍົກເລີກພາສີສຳລັບສິນຄ້າອຸດສາຫະກຳຂອງ ອາເມລິກາ. ນີ້ໄດ້ຮັບຖືວ່າແມ່ນບາດກ້າວສຳຄັນເພື່ອຜັນຂະຫຍາຍພັນທະຂອງ ເອີຣົບ ໃນຂອບເຂດຂໍ້ຕົກລົງລະຫວ່າງສອງຝ່າຍ.

TAG
VOV/VOVworld/ລັດຖະສະພາເອີຣົບ/ລະ​ເມີດ​ຂໍ້​ຕົກ​ລົງ​ກ່ຽວ​ກັບພ​າ​ສີ​ອາ​ກອນ/ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ