logo

ອາ​ຊຽນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ເພິ່ມ​ຂຶ້ນ

2026/3/14 | 07:30:54
(VOVWORLD) - ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມປອດໄພ ແລະ ສະວັດດີການຂອງພົນລະເມືອງ ອາຊຽນ ຢູ່ບັນດາພາກພື້ນຖືກຜົນສະທ້ອນ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມໃນການສະໜອງການໜູນຊ່ວຍສຸກເສີນໃຫ້ແກ່ພົນລະເມືອງ ອາຊຽນ.
(ພາບ: VOV Jakarta)

    ວັນທີ 13 ມີນາ, ບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໄດ້ຈັດກອງປະຊຸມພິເສດທາງອອນໄລ ເພື່ອແລກປ່ຽນທັດສະນະກ່ຽວກັບສະພາບການຢູ່ຕາເວັນອອກກາງ ແລະ ແກ້ໄຂບັນດາການກະທົບຕໍ່ ອາຊຽນ.

   ຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບໝາກຜົນກອງປະຊຸມພິເສດຂອງບັນດາທ່ານລັດຖະມົນຕີການຕ່າງປະເທດ ອາຊຽນ ໃຫ້ຮູ້ວ່າ: ບັນດາປະເທດ ມີຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບເລື່ອງການປະທະກັນຢູ່ຕາເວັນອອກກາງເພິ່ມຂຶ້ນ; ຮຽກຮ້ອງທຸກປະເທດຈົ່ງເຄົາລົບກົດໝາຍສາກົນ, ລວມທັງ ກົດບັດ ສປຊ; ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງຢຸດຕິບັນດາການກະທຳປໍລະປັກໃນທັນທີ; ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ກ່ຽວຂ້ອງຈົ່ງລະງັບໃຈ, ຫຼີກລ້ຽງທຸກການກະທຳທີ່ອາດຈະເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ແລະ ແກ້ໄຂຄວາມແຕກຕ່າງກັນຜ່ານທາງການທູດ ແລະ ການເຈລະຈາເພື່ອຜົນປະໂຫຍດຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ.

  ກອງປະຊຸມຍັງໄດ້ປຶກສາຫາລືກ່ຽວກັບຄວາມປອດໄພ ແລະ ສະວັດດີການຂອງພົນລະເມືອງ ອາຊຽນ ຢູ່ບັນດາພາກພື້ນຖືກຜົນສະທ້ອນ ແລະ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມໃນການສະໜອງການໜູນຊ່ວຍສຸກເສີນໃຫ້ແກ່ພົນລະເມືອງ ອາຊຽນ.

TAG
VOV/VOVworld/ອາ​ຊຽນ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ເລື່ອງ​ການ​ປະ​ທະ​ກັນ​ຢູ່​ຕາ​ເວັນ​ອອກ​ກາງ​ເພິ່ມ​ຂຶ້ນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ