logo

ອາ​ຊຽນ​ອອກ​ຖະ​ແຫຼງ​ການ​ຮ່ວມ​ກ່ຽວ​ກັບ​ຄວາມ​ສຳ​ຄັນ​ຂອງ​ການ​ຮັກ​ສາ​ສັນ​ຕິ​ພາບ ແລະ ສະ​ຖ​ຽນ​ລະ​ພາບ ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

2020/8/9 | 09:08:03
(VOVWORLD) -ໃນການພົວພັນທາງການທູດ, ອາຊຽນ ສົ່ງເສີມບັນດາຄູ່ຮ່ວມມືສືບຕໍ່ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າບັນດາຂອບເຂດ, ກົນໄກຮ່ວມມືໂດຍອາຊຽນນຳພາ. ຢູ່ລະດັບທົ່ວໂລກ, ອາຊຽນຢັ້ງຢືນຄືນຄຳໝັ້ນສັນຍາສະໜັບສະໜູນລັດທິຫຼາຍຝ່າຍໂດຍອີງໃສ່ບັນດາຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນ.
ພາບປະກອບ: baoquocte.vn 

ເນື່ອງໃນໂອກາດສະເຫຼີມສະຫຼອງ 53 ປີແຫ່ງວັນສ້າງຕັ້ງ ອາຊຽນ (ວັນທີ 8 ສິງຫາ 1967 – 8 ສິງຫາ 2020), ວັນທີ 8 ສິງຫາ, ຕາມຂໍ້ສະເໜີຂອງຫວຽດນາມ, ໃນຖານະຕຳແໜ່ງເປັນປະທານອາຊຽນປີ 2020 ແລະ ອິນໂດເນເຊຍ, ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ໄດ້ອອກຖະແຫຼງການຮ່ວມກ່ຽວກັບຄວາມສຳຄັນຂອງການຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ ອາຊີຕາເວັນອອກສ່ຽງໃຕ້. ບັນດາລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຢັ້ງຢືນຄືນໃໝ່ຢ່າງແຮງຄຳໝັ້ນສັນຍາໃນການຮັກສາພາກພື້ນອາຊີຕາເວັນອອກສ່ຽງໃຕ້ທີ່ມີສັນຕິພາບ, ຄວາມໝັ້ນຄົງ, ເປັນ ກາງ ແລະ ມີສະຖຽນລະພາບ, ພ້ອມທັງປັບປຸງບັນດາຄູນຄ່າສັນຕິພາບບົນພື້ນຖານກົດໝາຍສາກົນ. ບັນດາລັດຖະມົນຕີກະຊວງການຕ່າງປະເທດອາຊຽນ ໄດ້ຮຽກຮ້ອງໃຫ້ທຸກໆປະເທດມີຄວາມລະງັບໃຈ, ບໍ່ມີບັນດາການກະທຳທີ່ເຮັດໃຫ້ສະພາບການສັບສົນຂຶ້ນຕື່ມ ຫຼື ຄວາມຂັດແຍ້ງກັນປີນຂັ້ນໄດ, ສ້າງຜົນກະທົບຕໍ່ສັນຕິພາບ ແລະ ຄວາມໝັ້ນຄົງ, ບໍ່ນຳໃຊ້ ຫຼື ນາບຂູ່ນຳໃຊ້ກຳລັງແຮງ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ. ບັນດາລັດຖະມົນຕີກະຊວງການຕ່າງປະເທດກໍ່ຮຽກຮ້ອງໃຫ້ບັນດາປະເທດສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຍຸດທະສາດ ແລະ ຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະ ກັນ ຜ່ານການເຈລະຈາ, ການຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ.

ໃນການພົວພັນທາງການທູດ, ອາຊຽນ ສົ່ງເສີມບັນດາຄູ່ຮ່ວມມືສືບຕໍ່ຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນເຂົ້າບັນດາຂອບເຂດ, ກົນໄກຮ່ວມມືໂດຍອາຊຽນນຳພາ. ຢູ່ລະດັບທົ່ວໂລກ, ອາຊຽນຢັ້ງຢືນຄືນຄຳໝັ້ນສັນຍາສະໜັບສະໜູນລັດທິຫຼາຍຝ່າຍໂດຍອີງໃສ່ບັນດາຫຼັກການຂອງກົດບັດ ສປຊ ແລະ ກົດໝາຍສາກົນ.

ນີ້ແມ່ນຄັ້ງທຳອິດ ບັນດາລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ ອອກຖະແຫຼງການຮ່ວມກ່ຽວກັບຫົວເລື່ອງສັນຕິພາບ ແລະ ຄວາມໝັ້ນຄົງ ພາກພື້ນ ໃນວັນສະເຫຼີມສະຫຼອງ ການສ້າງຕັ້ງ ອາຊຽນ.

TAG
VOV/VOVworld/ອາ​ຊຽນ/​ຮັກ​ສາ​ສັນ​ຕິ​ພາບ/ສະ​ຖ​ຽນ​ລະ​ພາບ/​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ