logo

ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ ແລະ ຄວາມ​ເຂັ້ມ​ແຂງ

2024/3/5 | 11:35:51
(VOVWORLD) - ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ວົງແຄບ ( ADMM ວົງແຄບ) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 5 ມີນາ, ຢູ່ ຫຼວງພະບາງ. ກອງປະຊຸມມີຫົວຂໍ້ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”. ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: VOV)

ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ວົງແຄບ ( ADMM ວົງແຄບ) ຖືກໄຂຂຶ້ນໃນຕອນເຊົ້າວັນທີ 5 ມີນາ, ຢູ່ ຫຼວງພະບາງ. ກອງປະຊຸມມີຫົວຂໍ້ “ຮ່ວມມືກັນເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມເຂັ້ມແຂງຂອງ ອາຊຽນ”. ທ່ານພົນໂທ ຫງວຽນເຕິນເກືອງ, ເສນາທິການໃຫຍ່ກອງທັບປະຊາຊົນ ຫວຽດນາມ, ຮອງລັດຖະມົນຕີ ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜ້ແທນຂັ້ນສູງກະຊວງປ້ອງກັນປະເທດ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຫງວຽນເຕິນເກືອງ ຖືວ່າ ເພື່ອຍົກສູງບົດບາດເປັນໃຈກາງ, ຄຸນຄ່າຍຸດທະສາດຂອງ ອາຊຽນ, ບັນດາການເຄື່ອນໄຫວຮ່ວມມືໃນຂອບເຂດ ADMM ແລະ ADMM+ ຕ້ອງເຄົາລົບ ແລະ ປະຕິບັດບັນດາຫຼັກການພື້ນຖານຂອງ ກົດບັດ ອາຊຽນ ແລະ ມີການປະກອບສ່ວນຢ່າງແທດຈິງ, ມີຄວາມຮັບຜິດຊອບເຂົ້າໃນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງລວມຂອງພາກພື້ນ. ຫວຽດນາມ ສະໜັບສະໜູນເລື່ອງສືບຕໍ່ຜັນຂະຫຍາຍໂຄງການສັງເກດການບັນດາກຸ່ມນັກຊ່ຽວຊານ ADMM+ ກໍຄືຊົມເຊີຍບັນດາປະເທດຈົດທະບຽນເຂົ້າຮ່ວມ ເພື່ອມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາຂອງພາກພື້ນ.

        ກອງປະຊຸມ ADMM ວົງແຄບ ໄດ້ຮັບຮອງເອົາຖະແຫຼງການຮ່ວມຕາມຫົວເລື່ອງສະເພາະຂອງລັດຖະມົນຕີກະຊວງປ້ອງກັນປະເທດບັນດາປະເທດ ອາຊຽນ ກ່ຽວກັບຜົນງານຂອງ ADMM ໃນການຜັນຂະຫຍາຍແຜນການສັງລວມ ປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ 2025.

ນັກຂ່າວ VOV ປະຈຳ ລາວ

TAG
VOV/VOVworld/ADMM/ຄ​ວາມ​ໝັ້ນ​ຄົງ/ວົງ​ແຄບ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ