logo

ອາ​ຊຽນ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສືບ​ລາ​ຊະ​ການ​ລັບ​ການ​ທະ​ຫານ ເພື່ອ​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ໃນ​ພາກ​ພື້ນ

2024/9/4 | 08:46:39
(VOVWORLD) -    ວັນທີ 03 ກັນຍາ, ຢູ່ນະຄອນຫຼວງ ວຽງຈັນ, ປະເທດ ລາວ, ໄດ້ດຳເນີນກອງປະຊຸມຜູ້ນຳອົງການສືບລາຊະການລັບກອງທັບບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 21 (AMIM – 21), ດ້ວຍການເຂົ້າຮ່ວມຂອງຜູ້ນໍາອົງການສືບລາຊະການລັບກອງທັບ 10 ປະເທດສະມາຊິກ ອາຊຽນ ພ້ອມດ້ວຍຜູ້ຕາງໜ້າ Timor Leste ເຂົ້າຮ່ວມ ດ້ວຍຖານະເປັນຜູ້ສັງເກດການ.        
 ບັນຍາກາດກອງປະຊຸມ (ພາບ:VOV) 

ດ້ວຍຫົວຂໍ້ “ອາຊຽນ ຮ່ວມມື ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ເຂັ້ມແຂງ”, ຜູ້ແທນບັນດາປະເທດສະມາຊິກ ອາຊຽນ ໄດ້ພ້ອມກັນແລກປ່ຽນທັດສະນະກ່ຽວກັບການເພີ່ມທະວີການຮ່ວມມືໃນຂົງເຂດສືບລາຊະການລັບການທະຫານ/ປ້ອງກັນຊາດ ອາຊຽນ, ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການສ້າງຄວາມເຂັ້ມແຂງໃນພາກພື້ນ. ໄປຄຽງຄູ່ກັນນັ້ນ, ກອງປະຊຸມກໍໄດ້ສຸມໃສ່ປຶກສາຫາລື ແລະ ແລກປ່ຽນກ່ຽວທັບທັດສະນະ ສະພາບການພົ້ນເດັ່ນໃນພາກພື້ນ, ການພົວພັນຮ່ວມມືລະຫວ່າງບັນດາປະເທດສະມາຊິກ ອາຊຽນ ໃນຂອບເຂດການທະຫານ/ປ້ອງກັນຊາດ, ພິເສດໃນຂົງເຂດສືບລາຊະການລັບ, ໃນນັ້ນ ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງບັນດາກົນໄກຮ່ວມມືວິຊາສະເພາະ, ເຊັ່ນ: ລາຍການພົບປະແລກປ່ຽນນັກສືບຂ່າວໜຸ່ມ ອາຊຽນ (AJIIP), ອາຊຽນ ສາຍຕາຂອງພວກເຮົາ (AOE), ປະຊາຄົມສືບລາຊະການລັບການທະຫານ/ປ້ອງກັນຊາດ ອາຊຽນ (AMIC).

        ກໍໃນວັນດຽວກັນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນກອງປະຊຸມຫົວໜ້າກົມການຮົບ ອາຊຽນ ຄັ້ງທີ 14 (AMOM 14).

ນັກຂ່າວ VOV ປະຈຳ ລາວ

TAG
VOV/VOVworld/ສືບ​ລາ​ຊະ​ການ​ລັບ/ກອງ​ທັບ/ອາ​ຊຽນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ