logo

ອາ​ເມ​ລິ​ກາ - ຈີນ​ເລີ່ມ​ດຳ​ເນີນການ​ເຈ​ລະ​ຈາ​ຮອບ​ໃໝ່​ກ່ຽວ​ກັບ​ການ​ຄ້າ

2026/3/16 | 07:52:31
(VOVWORLD) -  ເປົ້າໝາຍໃນສະເພາະໜ້າຂອງສອງຝ່າຍແມ່ນຮັກສາການໂອ້ລົມສົນທະນາ, ຫຼີກລ້ຽງການແຕກແຫງ ແລະ ສະກັດກັ້ນຄວາມສ່ຽງເຮັດໃຫ້ຄວາມເຄັງຕຶ່ງທາງການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກເພີ່ມຂຶ້ນ.

ວັນທີ 15 ມີນາ, ທ່ານ He Lifeng ຮອງນາຍົກລັດຖະມົນຕີ ຈີນ ແລະ ທ່ານ Scott Bessent ລັດຖະມົນຕີການຕ່າງປະເທດ ອາເມລິກາ ພ້ອມກັບທ່ານ Jamieson Greer  ຜູ້ຕາງໜ້າດ້ານການຄ້າ ອາເມລິກາ ໄດ້ເລີ່ມຕົ້ນການເຈລະຈາຮອບໃໝ່ຢູ່ນະຄອນຫຼວງ ປາຣີ ຂອງຝລັ່ງເພື່ອແນໃສ່ແກ້ໄຂບັນດາຂໍ້ຕິດຂັດໃນຂໍ້ຕົກລົງຢຸດຕິສົງຄາມດ້ານການຄ້າ ແລະ ກະກຽມໃຫ້ແກ່ການຢ້ຽມຢາມ ຈີນ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາຄາດວ່າຈະດຳເນີນໃນທ້າຍເດືອນນີ້. ການພົບປະໄດ້ດຳເນີນຢູ່ສຳນັກງານຂອງອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ຢູ່ນະຄອນຫຼວງ ປາຣີ ໄດ້ສຸມໃສ່ເຂົ້າບາງບັນຫາເສດຖະກິດຫຼັກແຫຼ່ງ, ລວມມີການປັບປຸງພາສີອາກອນຂອງ ອາເມລິກາ ສຳລັບສິນຄ້າຈີນ, ແຫຼ່ງສະໜອງດິນປະເສີດ ແລະ ແມ່ເຫຼັກ ໂດຍຈີນຜະລິດໃຫ້ແກ່ບັນດາວິສາຫະກິດ ອາເມລິກາ, ບັນດາມາດຕະການຄວບຄຸມການສົ່ງອອກເຕັກໂນໂລຢີສູງຂອງ ອາເມລິກາ ແລະ ເລື່ອງຈີນ ເພີ່ມຊື້ຜະລິດຕະພັນກະເສດ ອາເມລິກາ. ວົງການນັກວິໄຈຖືວ່າ ຄວາມສາມາດສອງປະເທດບັນລຸໄດ້ບາດກ້າວບຸກທະລຸໃຫຍ່ໃນການເຈລະຈາຮອບນີ້ອາດສາມາດຖືກຈຳກັດ ຍ້ອນເວລາກະກຽມສັ້ນ ແລະ ວໍຊິງຕັນພວມສຸມໃສ່ເຂົ້າບັນດາການຜັນແປທີ່ເຄັ່ງຕຶງຢູ່ພາກຕາເວັນອອກກາງ. ເປົ້າໝາຍໃນສະເພາະໜ້າຂອງສອງຝ່າຍແມ່ນຮັກສາການໂອ້ລົມສົນທະນາ, ຫຼີກລ້ຽງການແຕກແຫງ ແລະ ສະກັດກັ້ນຄວາມສ່ຽງເຮັດໃຫ້ຄວາມເຄັງຕຶ່ງທາງການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງໂລກເພີ່ມຂຶ້ນ.


TAG
VOV/VOVworld/ອາ​ເມ​ລິ​ກາ/ຈີນ/ການ​ເຈ​ລະ​ຈາ​

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ