logo

ອາ​ເມ​ລິ​ກາ ຈະນຳ​ເອົາ​ນ້ຳ​ມັນ 172 ລ້ານ​ຖັງ​ອອກ​ຈາກ​ສາງ​ສຳ​ຮອງ​ນ້ຳ​ມັນ​ເພື່ອຫຼຸ​ດ​ລາ​ຄາ​ພະ​ລັງ​ງານ​ລົງ

2026/3/13 | 09:03:29
(VOVWORLD) - ການກະທຳຂອງ ວໍຊິງຕັນ ນອນໃນຄວາມມານະພະຍາຍາມສົມທົບກັບອົງການພະລັງງານສາກົນ (IEA) ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກການປະທະກັນຢູ່ຕາເວັນອອກກາງລົງ.
ສາງນ້ຳມັນສຳຮອງຍຸດທະສາດ (SPR) ຢູ່ Freeport, Texas, ອາເມລິກາ ໃນວັນທີ 9/6/2016 (ພາບເອກະສານ: REUTERS/Richard Carson)

ວັນທີ 12 ມີນາ, ອຳນາດການປົກຄອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ແຈ້ງໃຫ້ຊາບວ່າ ຈະເອົານ້ຳມັນ 172 ລ້ານຖັງອອກຈາກສາງນ້ຳມັນສຳຮອງບໍ່ຍຸດທະສາດ (SPR) ເພື່ອແນໃສ່ຄວບຄຸມທ່ວງທ່າລາຄາພະລັງງານເພີ່ມຂຶ້ນຢ່າງແຮງໃນສະພາບການທີ່ການປະທະກັນກັບ ອີຣານ ໄດ້ເຮັດໃຫ້ແຫຼ່ງສະໜອງທົ່ວໂລກຖືກຂາດວັກຂາດຕອນ. ການກະທຳຂອງ ວໍຊິງຕັນ ນອນໃນຄວາມມານະພະຍາຍາມສົມທົບກັບອົງການພະລັງງານສາກົນ (IEA) ເພື່ອແນໃສ່ຫຼຸດຜ່ອນຜົນກະທົບຈາກການປະທະກັນຢູ່ຕາເວັນອອກກາງລົງ.

        ຕາມກະຊວງພະລັງງານ ອາເມລິກາ ແລ້ວ, ປັດຈຸບັນ, ສາງນ້ຳມັນສຳຮອງຍຸດທະສາດຂອງປະເທດນີ້ ຍັງເຫຼືອປະມານ 415 ລ້ານຖັງ, ເທົ່າກັບບໍ່ຮອດ 60% ຂອງກຳລັງການນຳໃຊ້. ໃນຂະນະນັ້ນ, ອາເມລິກາ ໄດ້ນຳໃຊ້ນ້ຳມັນປະມານ 20 ລ້ານຖັງ ຕໍ່ວັນ, ເກືອບເທົ່າກັບປະລິມານນ້ຳມັນທີ່ໄດ້ຂົນສົ່ງຜ່ານຊ່ອງແຄບທະເລ Hormuz ເປັນປະຈຳ.

        ກ່ອນໜ້ານັ້ນ, 32 ປະເທດສະມາຊິກຂອງ IEA ມີແຜນການນຳນ້ຳມັນຈຳນວນ 400 ລ້ານຖັງ ຈາກບັນດາສາງສຳຮອງສຸກເສີນອອກສູ່ຕະຫຼາດ. ນີ້ໄດ້ຮັບຖືວ່າ ແມ່ນການເບີກຈ່າຍນ້ຳມັນແຮສາງອອກຄັ້ງໃຫຍ່ສຸດໃນປະຫວັດສາດຂອງອົງການນີ້.

ນັກຂ່າວ VOV ປະຈຳ ອາເມລິກາ

TAG
VOV/VOVworld/ຫຼຸ​ດ​ລາ​ຄາ​ພະ​ລັງ​ງານ​ລົງ/ສາງນ້ຳມັນສຳຮອງຍຸດທະສາດ ອາ​ເມ​ລິ​ກາ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ