logo

ອາ​ເມ​ລິ​ກາ ຖະ​ແຫຼງ​ບໍ່​ຕ້ອງ​ການການ​ຊ່ວຍ​ໜູນຈາກ NATO; ຜູ້​ອຳ​ນວຍ​ການ​ສູນ​ຕ້ານ​ການ​ກໍ່​ການ​ຮ້າຍ​ແຫ່ງ​ຊາດ​ລາ​ອອກ​ຈາກ​ຕຳ​ແໜ່ງ

2026/3/18 | 10:08:27
(VOVWORLD) -    ສິ່ງທີ່ໜ້າສົນໃຈແມ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງ ອາເມລິກາ ບັນລຸໄດ້ຜົນສຳເລັດທາງການທະຫານຄັ້ງທີ່ຕັດສິນຢູ່ ອີຣານ. ທ່ານເຈົ້າຂອງທຳນຽບຂາວຜູ້ທີ 47 ຢັ້ງຢືນວ່າ ອາເມລິກາ ສາມາດເຄື່ອນໄຫວແບບເອກະລາດເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດໄດ້.

ທ່ານ Donald Trump ປະທານທິບໍດີ ອາເມລິກາ ຫາກໍຍົກອອກຖະແຫຼງການຢ່າງແຮງກ່ຽວຂ້ອງເຖິງບັ້ນຮົບການທະຫານຢູ່ຕາເວັນອອກກາງ ໂດຍໃຫ້ຮູ້ວ່າ ສ່ວນໃຫຍ່ບັນດາປະເທດສະມາຊິກອົງການສົນທິສັນຍາອັດລັງຕິກເໜືອ (NATO) ບໍ່ຢາກເຂົ້າຮ່ວມພ້ອມກັບ ອາເມລິກາ ໃນບັ້ນຮົບການທະຫານເລັ່ງໃສ່ ອີຣານ. ຕາມທ່ານແລ້ວ, ໃນຫຼາຍປີຜ່ານມາ, ອາເມລິກາ ຕ້ອງເບີກຈ່າຍເງິນຈຳນວນນັບຮ້ອຍຕື້ USD ເພື່ອປົກປ້ອງບັນດາປະເທດນີ້ ແຕ່ບໍ່ໄດ້ຮັບການໜູນຊ່ວຍທີ່ສົມຄູ່.

        ສິ່ງທີ່ໜ້າສົນໃຈແມ່ນ, ທ່ານປະທານາທິບໍດີ ອາເມລິກາ Donald Trump ຖະແຫຼງ ອາເມລິກາ ບັນລຸໄດ້ຜົນສຳເລັດທາງການທະຫານຄັ້ງທີ່ຕັດສິນຢູ່ ອີຣານ. ທ່ານເຈົ້າຂອງທຳນຽບຂາວຜູ້ທີ 47 ຢັ້ງຢືນວ່າ ອາເມລິກາ ສາມາດເຄື່ອນໄຫວແບບເອກະລາດເພື່ອປົກປ້ອງຜົນປະໂຫຍດແຫ່ງຊາດໄດ້.

        ໃນການເຫດການອື່ນ, ວັນທີ 17 ມີນາ, ທ່ານ Joseph Kent, ຜູ້ອຳນວຍການສູນຕ້ານການກໍ່ການຮ້າຍແຫ່ງຊາດ ອາເມລິກາ ໄດ້ຍື່ນໃບຂໍລາອອກຈາກຕຳແໜ່ງ ແລະ ເປີດເຜີຍຫຼັກໝັ້ນຄັດຄ້ານສົງຄາມຢູ່ ອີຣານ. ໃນຈົດໝາຍ, ທ່ານ Kent  ໄດ້ສະແດງທັດສະນະວ່າ ບໍ່ສາມາດສືບຕໍ່ສະໜັບສະໜູນການຕໍ່ສູ້ໃນປັດຈຸບັນ ແລະ ຢັ້ງຢືນວ່າ ອີຣານ ບໍ່ໄດ້ສ້າງໄພນາບຂູ່ຮີບດ່ວນໃດຕໍ່ ອາເມລິກາ.

      

TAG
VOV/VOVworld/NATO/ອາ​ເມ​ລິ​ກາ/ກໍ່​ການ​ຮ້າຍ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ