logo

ຮ່ວມແຮງຮ່ວມໃຈປົກປັກຮັກສາທະເລ, ໝູ່ເກາະຂອງປະເທດຊາດ

2017/3/27 | 10:43:21
 ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ເມືອງ​ເກາະ ແບກ​ລອງ​ຫວີ (ນະ​ຄອນ ຫາຍ​ຟ່ອງ), ແຕ່​ວັນ​ທີ 24 – 28/3

ພາບ​ປະ​ກອບ​ຈາກ ດືກ​ແອງ

(vovworld) - ງານ​ວາງ​ສະ​ແດງ​ແຜນ​ທີ່ ແລະ ວັດ​ຖຸເອ​ກະ​ສານ “ຮ່​ວາງ​ຊາ, ເຈື່ອງ​ຊາ ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ໄດ້​ຈັດ​ຕັ້ງ​ເປັນ​ຄັ້ງ​ທຳ​ອິດ​ຢູ່ ເມືອງ​ເກາະ ແບກ​ລອງ​ຫວີ (ນະ​ຄອນ ຫາຍ​ຟ່ອງ), ແຕ່​ວັນ​ທີ 24 – 28/3. ງານ​ວາງ​ສະ​ແດງ​ໄດ້​ຊ່ວຍ​ໃຫ້​​ກອງ​ທັບ ແລະ ປະ​ຊາ​ຊົນ​ໃນ​ເກາະ ກໍ່​ຄື​ບັນ​ດາ​ຊາວ​ປະ​ມົງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ​ທີ່ພວມ​​ຈັບ​ຫາ​ສິນ​ໃນ​ນຳ​້​ຢູ່​​ເຂດ​ທະ​ເລ, ໝູ່​ເກາະ​ແຫ່ງ​ນີ້​ໄດ້​ຍົກ​ສູງ​ຄວາມ​ຮູ້, ນ້ຳ​ໃຈ​ສາ​ມັກ​ຄີ​ສະ​ຕິ, ຄວາມ​ຮັບ​ຜິ​ດ​ຊອບ​ໃນ​ການຢັ້ງ​ຢືນ ແລະ ປົກ​ປັກ​ຮັກ​ສາ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ 2 ໝູ່​ເກາະ ຮ່​ວາງ​ຊາ ແລະ ເຈື່ອງ​ຊາ. ງານ​ວາງ​ສະ​ແດງ​ແມ່ນ​ໂອ​ກາດ​ເພື່ອ​ໃຫ​້​ປະ​ຊາ​ຊົນ​ຢູ່​ເມື​ອງ​ເກາ​ະ​ ແບກ​ລອງ​ຫວີ ແຕ່​ລະ​ຄົນ​ໄດ້​ສຳ​ພັດ​ກັບ​ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ຂອງ​ສອງໝູ່​​ເກາະ​ຮ່ວາງ​ຊ​າ ແລະ ເຈື່ອງ​ຊາ​ຂອງ ຫວຽດ​ນາມ. ບັນ​ດາ​ແຜນ​ທີ່ ແລະ ວັດ​ຖຸເອ​ກະ​ສານ​​ທີ່​ວາງສະ​ແດງ​ຢູ່​​ໃນງານ​​ແມ່ນ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ສ່ວນ​ໜຶ່ງ ແລະ ແມ່ນ​ພື້ນ​ຖານ​ນິ​ຕິ​ທຳ​​ທີ່ສະ​ແດງ​ໃຫ້​ເຫັນ​ອະ​ທິ​ປະ​ໄຕ​ຂອງ ຫວຽດ​ນາມ ສຳ​ລັບ​ໝູ່​ເກາະ​ ຮ່​ວາງ​ຊາ, ເຈື່ອງ​ຊາ.


TAG
vovworld/ຮ່​ວາງ​ຊາ/ເຈື່ອງ​ຊາ ຂ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ