logo

ເກາະ ແບກ​ລອງ​ຫວີ (ຫາຍ​ຟ່ອງ) ກຽມ​ພ້ອມ​ຈັດ​ວັນ​ເລືອກ​ຕັ້ງ​ກ່ອນ​ກຳ​ນົດ​ເວ​ລາ

2026/3/13 | 10:57:21
(VOVWORLD) - ເຂດພິເສດ ແບກລອງຫວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031 ໃນວັນທີ 14 ມີນາ, ເຊິ່ງໄວກວ່າວັນເລືອກຕັ້ງທົ່ວປະເທດ.
ຄະນະປະຕິບັດງານຂອງຄະນະກຳມະການເລືອກຕັ້ງນະຄອນ ຫາຍຟ່ອງ ລົງຊີ້ນຳຢ່າງທັນການ ເພື່ອໃຫ້ການເລືອກຕັ້ງຢູ່ເຂດພິເສດປະສົບຜົນສຳເລັດຢ່າງຈົບງານ

ຍ້ອນມີລັກສະນະພິເສດທີ່ຕັ້ງຢູ່ຫ່າງໄກຈາກເຂດດິນຕໍ່ແຜ່ນ, ເຂດພິເສດ ແບກລອງຫວີ (ນະຄອນ ຫາຍຟ່ອງ) ຈະຈັດການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນ ສົກປີ 2026 – 2031 ໃນວັນທີ 14 ມີນາ, ເຊິ່ງໄວກວ່າວັນເລືອກຕັ້ງທົ່ວປະເທດ. ໄລ່ມາຮອດປັດຈຸບັນ, ວຽກງານການກະກຽມໃຫ້ແກ່ວັນເລືອກຕັ້ງກ່ອນກຳນົດເວລາຢູ່ເຂດພິເສດດັ່ງກ່າວກໍສຳເລັດແລ້ວ.

        ຢູ່ 02 ຈຸດເລືອກຕັ້ງຂອງເຂດພິເສດ, ບັນຊີລາຍຊື່ຜູ້ມີສິດເລືອກຕັ້ງໄດ້ສ້າງ ແລະ ຕິດປະກາດຢູ່ບັນດາເຂດປ່ອນບັດ ກໍຄືຢູ່ສຳນັກງານຄະນະກຳມະການປະຊາຊົນເຂດພິເສດ, ຮັບປະກັນຖືກຕ້ອງຕາມເວລາກຳນົດ. ພ້ອມກັບການກະກຽມຢ່າງຕັ້ງໜ້າຂອງເຂດພິເສດ ແບກລອງຫວີ ແລ້ວ, ຄະນະປະຕິບັດງານຂອງຄະນະກຳມະການເລືອກຕັ້ງນະຄອນ ຫາຍຟ່ອງ ກໍໄດ້ມີໜ້າເພື່ອກະຕຸກຊຸກຍູ້ ແລະ ມີການຊີ້ນຳຢ່າງທັນການ ເພື່ອໃຫ້ການເລືອກຕັ້ງຢູ່ເຂດພິເສດປະສົບຜົນສຳເລັດຢ່າງຈົບງານ.

TAG
VOV/VOVworld/ເກາະ ແບກ​ລອງ​ຫວີ/ເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ