ລາຍການສະແດງສິລະປະໄດ້ສະແດງຢູ່ການສະຫຼຸບເບື້ອງຕົ້ນ (ພາບ: baoquangning.vn) |
ທີ່ລາຍການ, ທ່ານຮອງປະທານຄະນະກຳມະການປະຊາຊົນຕາແສງ ຮ່ວາງໂມ, ຮ່ວາງກຽນຈຸງ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງບ້ານສືບຕໍ່ຍົກສູງຄຸນນະພາບບັນດາການເຄື່ອນໄຫວພົບປະແລກປ່ຽນມິດຕະພາບ, ເພີ່ມທະວີການໂຄສະນາ, ຂົນຂວາຍປະຊາຊົນປະຕິບັດບັນດາຂໍ້ກຳນົດກ່ຽວກັບການຄຸ້ມຄອງ ແລະ ປ້ອງກັນເຂດຊາຍແດນຢ່າງເຂັ້ມງວດ, ປະສານສົມທົບຢ່າງແໜ້ນແຟ້ນກັບບັນດາກຳລັງທີ່ມີໜ້າທີ່ຮັບຜິດຊອບຂອງສອງຝ່າຍໃນວຽກງານຄຸ້ມຄອງ, ປົກປັກຮັກສາເສດຊາຍແດນ, ຫຼັກໝາຍຊາຍແດນ; ພ້ອມທັງຍູ້ແຮງການແລກປ່ຽນບົດຮຽນປະສົບການພັດທະນາເສດຖະກິດ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນ.




