logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ບັນ​ດາ​ໂຮງ​ຮຽນ​ເຂດ​ຊາຍ​ແດນ​ແມ່ນ​ບ່ອນ​ຝາກ​ຝັງ​ຄວາມ​​ເຊື່ອໝັ້ນ, ຄວາມ​ຝັນ​ຂອງ​ພໍ່​ແມ່​ປະ​ຊາ​ຊົນ​ເຂດ​ຊາຍ​ແດນ

2026/3/19 | 07:02:21
(VOVWORLD) -  ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ.
ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ກ່າວຄຳເຫັນທີ່ພິທີ
(ພາບ: VOV)

ບັນດາໂຮງຮຽນເຂດຊາຍແດນ ບໍ່ພຽງແຕ່ແມ່ນກິດຈະກຳກໍ່ສ້າງທຳມະດາເທົ່ານັ້ນ ຫາກຍັງແມ່ນບ່ອນຝາກຝັງຄວາມເຊື່ອໝັ້ນ, ຄວາມຝັນຂອງພໍ່ແມ່ປະຊາຊົນເຂດຊາຍແດນ ອີກດ້ວຍ”. ນີ້ແມ່ນສານຂອງທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຢູ່ພິທີເລີ່ມລົງມືກໍ່ສ້າງ, ວາງສີລາລຶກ ບັນດາໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນ ຢູ່ບັນດາຕາແສງເຂດຊາຍແດນດິນຕໍ່ແຜນໃນປີ 2026 ທີ່ຈະຈັດຂຶ້ນໃນຕອນເຊົ້າວັນທີ 19 ມີນາຢູ່ 17 ຈຸດເຊື່ອມຕໍ່ຖ່າຍທອດສົດ ແລະ 104 ຈຸດເຊື່ອມຕໍ່ແບບທາງໄກໃນທົ່ວປະເທດ.

ກ່າວຄຳເຫັນທີ່ຈຸດເຊື່ອມຕໍ່ສູນກາງຢູ່ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະມັດທະຍົມຕອນຕົ້ນ ດົ່ງດັງ, ຕາແສງດົ່ງດັງ, ແຂວງລ້າງເຊີນ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກເຖິງ ຄວາມຕັດສິນຂອງກົມການເມືອງ ທີ່ເລີ່ມລົງມືກໍ່ສ້າງ 248 ໂຮງຮຽນສາມັນກິນນອນຂັ້ນປະຖົມ ແລະ ມັດທະຍົມຕອນຕົ້ນຢູ່ 248 ຕາແສງເຂດຊາຍແດນດິນຕໍ່ແຜ່ນ ແມ່ນແຜນນະໂຍບາຍທີ່ຖືກຕ້ອງ, ມີຄວາມໝາຍວັດທະນະທຳມະນຸດຢ່າງເລິກເຊິ່ງ, ສະແດງໃຫ້ເຫັນຄວາມເອົາໃຈໃສ່ເປັນພິເສດຂອງພັກ, ລັດທີ່ມີ ຕໍ່ພໍ່ແມ່ປະຊາຊົນເຂດຊາຍແດນ, ເຂດຫ່າງໄກສອກຫຼີກ ທີ່ຍັງປະສົບກັບຄວາມຫຍຸ້ງຍາກ. ທ່ານເລຂາທິການໃຫຍ່ ໂຕເລິມ ຊີ້ແຈ້ງວ່າ:

ຂ້າພະເຈົ້າຮຽກຮ້ອງໃຫ້ບັນດາຫົວໜ່ວຍອອກແບບ, ລົງມືກໍ່ສ້າງ, ໃຫ້ຄຳປຶກສາ, ຕິດຕາມກວດກາຕ້ອງປະຕິບັດວຽກງານດ້ວຍຈິດໃຈຄວາມຮັບຜິດຊອບຢູ່ລະດັບສູງສຸດ, ຖືນີ້ບໍ່ພຽງແຕ່ແມ່ນໂຄງການກໍ່ສ້າງທຳມະດາເທົ່ານັ້ນ ຫາກຍັງແມ່ນບ່ອນຝາກຝັງຄວາມ ເຊື່ອໝັ້ນ, ຄວາມຝັນຂອງພໍ່ແມ່ປະຊາຊົນເຂດຊາຍແດນ, ຕ້ອງຮັບປະກັນຄຸນນະພາບສູງທີ່ສຸດໃຫ້ແກ່ໂຄງການ, ຮັບປະກັນຄວາມປອດໄພໃນການອອກແຮງງານຢ່າງເດັດຂາດ, ຮັບປະກັນດ້ານເຕັກນິກ, ສິລະປະກຳ, ສົມກັບເປັນໂຮງຮຽນແບບຢ່າງເຂດຊາຍແດນ ແລະ ສົມກັບເປັນຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມມຸ່ງຫວັງຂອງປະຊາຊົນ, ຂອງບັນດາຄູອາຈານກໍ່ຄືຂອງພວກນ້ອງໆນັກຮຽນ.

TAG
VOV/VOVworld/ໂຮງ​ຮຽນ​ສາ​ມັນກິນນອນ/ຊົນ​ເຜົ່າ/ເຂດ​ຊາຍ​ແດນ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ