logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ​ເພື່ອ​ໃຫ້​ປະ​ຊາ​ຊົນ​ປະ​ຕິ​ບັດ​ສິດ​ເສ​ລີ, ສິດ​ເປັນ​ເຈົ້າ​ໂດຍ​ກົງ”

2026/3/15 | 02:22:00
(VOVWORLD) - ຕອນເຊົ້າວັນທີ 15 ມີນາ, ຢູ່ຈຸດປ່ອນບັດໂຮງຮຽນມັດທະຍົມຕອນປາຍ ຟານດິ່ງຟຸ່ງ (ຮ່າໂນ້ຍ), ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ທ່ານ ເຈິ່ນເກີມຕູ໋ ຜູ້ປະຈໍາການຄະນະເລຂາທິການສູນກາງພັກກອມມູນິດ ຫວຽດນາມ ພ້ອມດ້ວຍຜູ້ມີສິດເລືອກຕັ້ງໃນບໍລິເວນພັກອາໄສໄດ້ປະຕິບັດສິດ ແລະ ພັນທະພົນລະເມືອງຢູ່ເຂດປ່ອນບັດເລກທີ 2, ຫົວໜ່ວຍເລືອກຕັ້ງເລກ 1 ຕາແສງ ບາດິ່ງ, ນະຄອນ ຮ່າໂນ້ຍ.
ທ່ານເລຂາທິການໃຫຍ່ ໂຕເລິມ ພ້ອມດ້ວຍບັນດາການນຳພັກ, ລັດ ໄປປ່ອນບັດ (ພາບ: VOV)

   ເມື່ອແລກປ່ຽນກັບນັກຂ່າວພາຍຫຼັງການປ່ອນບັດ, ທ່ານ ເລຂາທິການໃຫຍ່ ໂຕເລິມ ໄດ້ສະແດງຄວາມປິຕິຊົມຊື່ນ ເມື່ອເຫັນປະຈັກຕາພໍ່ແມ່ປະຊາຊົນ, ຜູ້ມີສິດເລືອກຕັ້ງຈຳນວນຫຼວງຫຼາຍເຂົ້າຮ່ວມການປ່ອນບັດ. ທ່ານກ່າວວ່າ:

   “ການເລືອກຕັ້ງຄັ້ງນີ້ໄດ້ດຳເນີນໃນໂອກາດພວກເຮົາຫາກໍ່ຈັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງສຳເລັດຜົນ. ທຸກແຜນນະໂຍບາຍ, ນະໂຍບາຍ, ກຳນົດທິດ, ທິດທາງພັດທະນາປະເທດຊາດຂອງພວກເຮົາໃນສະໄໝນີ້, ກໍຄືວິໄສທັດຂອງບັນດາສະໄໝຕໍ່ໄປໄດ້ຮັບການນຳສະເໜີ, ໂຄສະນາເຜີຍແຜ່ ແລະ ໄດ້ຮັບການສະໜັບສະໜູນຢ່າງສຸດຈິດສຸດໃຈຈາກປະຊາຊົນ, ພະນັກງານ, ສະມາຊິກພັກ ໄດ້ຮັບຖືວ່າ ການເລືອກຕັ້ງຄັ້ງນີ້ແມ່ນວັນບຸນໃຫຍ່ຂອງປະເທດຊາດ ເພື່ອສະແດງສິດເສລີ, ສິດເປັນເຈົ້າຂອງຂອງຕົນໂດຍກົງ, ເພື່ອເລືອກເອົາຜູ້ມີອິດທິພົນຊື່ສຽງ, ມີຄວາມໄວ້ວາງໃຈຢ່າງພຽງພໍ ເພື່ອແບກຫາບບັນດາວຽກງານລວມຂອງປະເທດຊາດກໍຄືຂອງບັນດາທ້ອງຖິ່ນ”.

ທ່ານເລຂາທິການໃຫຍ່ ໂຕເລິມ ຕອບສຳພາດຕໍ່ນັກຂ່າວ
ໃນໂອກາດນີ້, ທ່ານເລຂາທິການໃຫຍ່ ກໍຝາກຄຳຂອບໃຈເຖິງບັນດາອົງການສື່ມວນຊົນທີ່ໄດ້ປະກອບສ່ວນໂຄສະນາເຜີຍແຜ່, ຖະແຫຼງຂ່າວກ່ຽວກັບກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ, ສ້າງບັນຍາກາດຟົດຟື້ນມ່ວນຊື່ນໃນທົ່ວປວງຊົນ ໃນວັນບຸນທົ່ວປະເທດເຂົ້າຮ່ວມການເລືອກຕັ້ງສະພາແຫ່ງຊາດ ແລະ ສະພາປະຊາຊົນທຸກຂັ້ນ./. 
TAG
VOV/VOVworld/ກຳລັງແຮງມະຫາສາມັກຄີທົ່ວປວງຊົນທັງຊາດ/ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ/ເລືອກ​ຕັ້ງ/ປ່ອນ​ບັດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ