logo

ເລ​ຂາ​ທິ​ການ​ໃຫຍ່​ໂຕ​ເລິມ: ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດຄືນ​ໃໝ່ ແລະ ຍົກ​ສູງ​ທີ່​ຕັ້ງ​ວິ​ສ​າ​ຫະ​ກິດ ຫວຽດ​ນາມ ໃນ​ລະ​ບົບ​ຜ​ະ​ລິດ​ທົ່ວ​ໂລກ

2026/3/17 | 16:45:00
(VOVWORLD) - ຕອນບ່າຍວັນທີ 17 ມີນາ, ຢູ່ຮ່າໂນ້ຍ, ທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ເຮັດວຽກກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງກ່ຽວກັບສາຍພົວພັນດ້ານການຄ້າສາກົນ ແລະ ການເຊື່ອມຕໍ່ການຄ້າກັບຄູ່ຮ່ວມມືສຳຄັນໃນສະພາບພູມີສາດ - ການເມືອງ, ພູມີສາດ - ເສດຖະກິດໂລກໃນປັດຈຸບັນ.
ທ່ານເລຂາທິການໃຫຍ່ ໂຕເລິມ ເຮັດວຽກກັບກະຊວງອຸດສາຫະກຳ ແລະ ການຄ້າ ແລະ ບາງກະຊວງ, ຂະແໜງການທີ່ກ່ຽວຂ້ອງ

 ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງຕ້ອງມີຍຸດທະສາດລະອຽດ ເພື່ອແນໃສ່ສ້າງໂຄງປະກອບພື້ນຖານເສດຖະກິດ, ສ້າງຄວາມດຸ່ນດ່ຽງດຸນການຄ້າເທື່ອລະກ້າວ ແຕ່ຍັງຄົງຮັບປະກັນເປົ້າໝາຍເຕີບໂຕເສດຖະກິດ; ຕິດພັນການຄ້າກັບການຍົກລະດັບອຸດສາຫະກຳ, ເຄື່ອງອຸປະກອນ, ການລົງທຶນຄຸນນະພາບສູງຕິດພັນກັບຄຳຮຽກຮ້ອງຕ້ອງການສູງກ່ຽວກັບອັດຕາຫັນເປັນພາຍໃນ, ຖ່າຍທອດເຕັກໂນໂລຢີ, ຍົກສູງທີ່ຕັ້ງວິສາຫະກິດໃນລະບົບຜະລິດທົ່ວໂລກ.

        ທ່ານເລຂາທິການໃຫຍ່ ໂຕເລິມ ກໍສະເໜີໃຫ້ຄະນະປະຈຳຄະນະພັກລັດຖະບານສຸມແຫຼ່ງກຳລັງຄົ້ນຄວ້າຜັນຂະຫຍາຍບາງກຳນົດທິດໃນໄລຍະຈະມາເຖິງ, ເຊັ່ນ: ເພີ່ມຄວາມໄວຂອງການສົ່ງອອກແບບຍືນຍົງ, ຍົກສູງກຳລັງຄວາມສາມາດຜະລິດພາຍໃນປະເທດ ແລະ ຫັນຕະຫຼາດນຳເຂົ້າສົ່ງອອກເປັນຫຼາຍຮູບຫຼາຍແບບ….

 

TAG
VOV/VOVworld/ເຮັດ​ວຽກ​ກັບ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ/ພູ​ມີ​ສາດ​ການ​ເມືອງ/ເລ​ຂາ​ທິ​ການ​ໃຫຍ່

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ