logo

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຫ໋າຍ​ຝ່ອງ​ຕ້ອງ​ຍົກ​ລະ​ດັບ​ຮູບ​ແບບ​ການ​ເຕີບ​ໂຕ​ອີງໃສ່​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ນະ​ວັດ​ຕະ​ກຳ

2026/3/16 | 11:32:44
(VOVWORLD) - ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ນະຄອນຫ໋າຍຝ່ອງ ຕ້ອງຍົກລະດັບຮູບແບບການເຕີບໂຕໂດຍອີງໃສ່ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ.
ທ່ານເລຂາທິການໃຫຍ່ ໂຕເລິມກ່າວຄຳເຫັນທີ່ການເຮັດວຽກ (ພາບ: VOV)

ຕອນເຊົ້າວັນທີ 16 ມີນາ, ຢູ່ນະຄອນ ຫ໋າຍຝ່ອງ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໂຕເລິມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບຄະນະພັກນະຄອນຫ໋າຍຝ່ອງ ກ່ຽວກັບໝາກຜົນການຊີ້ນຳນຳພາ, ຈັດຕັ້ງການຄົ້ນຄ້ວາ, ຮ່ຳຮຽນເຊື່ອມຊືມໂຄສະນາ ແລະ ຜັນຂະຫຍາຍປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ, ບັນດາມະຕິຂອງກົມການເມືອງ ແລະ ສະພາບການພັດທະນາເສດຖະກິດສັງຄົມຂອງນະຄອນ ຫ໋າຍຝ່ອງ. ທີ່ການເຮັດວຽກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ນະຄອນຫ໋າຍຝ່ອງ ຕ້ອງຍົກລະດັບຮູບແບບການເຕີບໂຕໂດຍອີງໃສ່ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ. ນະຄອນຕ້ອງສ້າງບາດກ້າວບຸກທະລຸໃນການພັດທະນາອຸດສາຫະກຳທັນສະໄໝ,ມີຈຸດສຸມ ແມ່ນອຸດສາຫະກຳເຕັກໂນໂລຢີສູງ, ປຸງແຕ່ງປະດິດສ້າງ ແລະ ອຸດສາຫະກຳໜູນຊ່ວຍທີ່ມີມູນຄ່າເພີ່ມສູງ, ສ້າງລະບົບນິເວດອຸດສາຫະກຳກ້າວໜ້າ, ຜ່ານການຄັດເລືອກຄຸນນະພາບນັກລົງທຶນ, ເຕັກໂນໂລຢີ ແລະ ລະບົບສະໜອງຍຸດທະສາດ.

TAG
VOV/VOVworld/ຫ໋າຍ​ຝ່ອງ/ການ​ພັດ​ທະ​ນາ/ເສດ​ຖະ​ກິດ

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ