logo

ເວ​ທີ​ປາ​ໄສ “ສຽງ​ເວົ້າ​ໄວ​ໜຸ່ມ - ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊາວ​ໜຸ່ມ” ປີ 2026

2026/3/20 | 08:49:26
(VOVWORLD) -  ຕອນບ່າຍວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດເວທີປາໄສ “ສຽງເວົ້າໄວໜຸ່ມ - ການເຄື່ອນໄຫວຂອງຄະນະຊາວໜຸ່ມ”. ເວທີປາໄສໄດ້ຖ່າຍທອດສົດໄປເຖິງກວ່າ 16.000 ຈຸດເຊື່ອມຕໍ່ທາງໄກ, ດ້ວຍການເຂົ້າຮ່ວມຂອງພະນັກງານຊາວໜຸ່ມ, ສະມາຊິກຊາວໜຸ່ມ, ຊາວໜຸ່ມເຍົາວະຊົນກວ່າ 1 ລ້ານຄົນ ທັງຢູ່ພາຍໃນ ແລະ ຕ່າງປະເທດ.
ບັນຍາກາດຂອງເວທີປາໄສ (ພາບ: VGP)

ໃນເວທີປາໄສ, ຄະນະເລຂາສູນກາງຊາວໜຸ່ມ ໄດ້ແບ່ງປັນກ່ຽວກັບບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ ແນໃສ່ສ້າງສະພາບແວດລ້ອມແຫ່ງການສຶກສາຮ່ຳຮຽນທີ່ປອດໄພ, ເປັນມິດສະໜິດສະໜົມ; ສ້າງສະພາບແວດລ້ອມທີ່ດີທີ່ສຸດເພື່ອໃຫ້ຊາວໜຸ່ມຍົກສູງກຳລັງຄວາມສາມາດນຳໃຊ້ພາສາຕ່າງປະເທດ; ແຜ່ກະຈາຍນ້ຳໃຈຫຼີ້ນກິລາໃນໄວໜຸ່ມ. ສຳລັບການເຄື່ອນໄຫວຮ່ວມເດີນທາງພ້ອມກັບຊາວໜຸ່ມ, ທ່ານ ຫງວຽນເຕື່ອງເລິມ, ເລຂາສູນກາງຊາວໜຸ່ມ, ໃຫ້ຮູ້ວ່າ ສູນກາງຊາວໜຸ່ມ ຈະມີການຫັນປ່ຽນໄປສູ່ການໜູນຊ່ວຍ startup ຕາມລວງເລິກຢ່າງແຮງ, ຍົກລະດັບລະບົບນິເວດໜູນຊ່ວຍຈາກການເຊື່ອມຕໍ່, ລົງທຶນ, ເພາະລ້ຽງຕະຫຼອດຮອດການສ້າງເຄືອຂ່າຍທີ່ປຶກສາ. ທ່ານກ່າວວ່າ:

        “ພວກຂ້າພະເຈົ້າຈະສຸມໃສ່ການຍົກສູງຄຸນນະພາບໃຫ້ແກ່ນັກທຸລະກິດໜຸ່ມໃນສະພາບການໃໝ່, ບຳລຸງຝຶກອົບຮົມຊາວໜຸ່ມ startup ຈຳນວນ 100.000 ຄົນ. ສະມາຄົມນັກທຸລະກິດໜຸ່ມ ຫວຽດນາມ ກໍໄດ້ມີແຜນການບຳລຸງກໍ່ສ້າງຕຳແໜ່ງ CEO 10.000 ຄົນ ຢ່າງມີແບບມີແຜນ, ມີຄຸນນະພາບ. ທີສອງແມ່ນ ສືບຕໍ່ມີບັນດາການເຄື່ອນໄຫວເຊີດຊູ, ຊອກຮູ້ແນວຄວາມຄິດ startup, ເຮັດແນວໃດເພື່ອພັດທະນາສະມາຄົມນັກທຸລະກິດໜຸ່ມຢ່າງແຂງແຮງກວ່າເກົ່າ, ມີຫຼາຍກິດຈະກຳຢ່າງມີແບບມີແຜນ, ເປັນລະບົບກວ່າ, ຜ່ານນັ້ນ ກໍ່ເຊື່ອມຕໍ່ ແລະ ສ້າງກຳລັງແຮງສັງລວມ”.

TAG
VOV/VOVworld/startup/ສູນ​ກາງ​ຊາວ​ໜຸ່ມ​ຄອມ​ມູ​ນິດ ໂຮ່​ຈີ​ມິນ/ສຽງ​ເວົ້າ​ໄວ​ໜຸ່ມ - ການ​ເຄື່ອ​ນ​ໄຫວ​ຂອງ​ຄະ​ນະ​ຊາວ​ໜຸ່ມ” ປີ 2026

ຂ່າວ/ບົດ​ອື່ນ
VIDEO
radio
Emisiones de la semana
Eventos
ຫວຽດນາມ ຢັ້ງຢືນທຸກການເຄື່ອນໄຫວຢູ່ທະເລຕາເວັນອອກຕ້ອງສອດຄ່ອງກັບກົດໝາຍສາກົນ
ຊາວ​ປະ​ມົງ 5.600 ຄົນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃນ​ໂຄງ​ການ “ພ້ອມ​ກັບ​ຊາວ​ປະ​ມົງ​ດັງ​ໄຟ​ຢູ່​ທະ​ເລ”
ສະ​ມາ​ຄົມ​ອາ​ຊີບ​ຫາ​ປາ ຫວຽດ​ນາມ ຄັດ​ຄ້ານຕໍ່​ເລື່ອງ ຈີນ ຫ້າມ​ຫາ​ປາ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ປີ 2022 ຕາມ​ລຳ​ພັງ​ໃຈ
ງານ​ວາງ​ສະ​ແດງ​ຫົວ​ຂໍ້​ “ຮ່​ວາງ​ຊາ, ເຈື່ອງ​ຊາ ແມ່ນ​ຂອງ ຫວຽດ​ນາມ - ບັນ​ດາ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ ແລະ ນິ​ຕິ​ທຳ” ຢູ່​ແຂວງ ບັກ​ຢາງ
ນັກ​ຊ່ຽວ​ຊານ ຢູ​ແກຼນ ຢັ້ງ​ຢືນ​ບົດ​ບາດ​ຂອງ​ກົດ​ໝາຍ​ສາ​ກົນ​ໃນ​ບັນ​ຫາ​ຢູ່​ທະ​ເລ​ຕາ​ເວັນ​ອອກ